ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຟໄໝ້ຢູ່ຕະຫລາດມ່ວງແກ້ວ ເມືອງຫ້ວຍຊາຍ

Feb 5, 2025

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ລາຍງານວ່າ: ເຫດໄຟໄໝ້ເກີດຂຶ້ນເວລາປະມານ 22:40 ນາທີ ຂອງວັນທີ 4 ກຸມພາ 2025 ຢູ່ບ້ານໃຫຍ່ຫ້ວຍຊາຍໃຕ້ (ຄຸ້ມມ່ວງແກ້ວ) ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ.
ຜ່ານການລົງເກັບກຳຂໍ້ມູນຫລັກຖານໃນເບື້ອງຕົ້ນ ມີຮ້ານໄດ້ຮັບຄວາມເສຍຫາຍຄື:
+ ຮ້ານທີ 1 ເຈົ້າຂອງຊື່ ນາງ ຈັນສຸກ ອາຍຸ 59 ປີ ຄວາມເສຍ ຫາຍ ຊີ້ນຢູ່ຕູ້ແຊ່ ແລະ ເຂົ້າສານ ມູນຄ່າ 10,000,000ກີບ, ເຄື່ອງດື່ມ ແລະ ຂອງກິນສຸກ ມູນຄ່າ 6,400,000ກີບ, ຕູ້ແຊ່ 3 ໜ່ວຍ ມູນຄ່າ 28,800,000 ກີບ, ກະຕີກໃສ່ນໍ້າແຊງ ມູນຄ່າ 640,000 ກີບ, ໝໍສຸກກີ້ 1 ໜ່ວຍ, ໝໍນໍ້າຕົ້ມ 1 ໜ່ວຍ ແລະ ພັດລົມ 1 ໜ່ວຍ ມູນຄ່າ 1,728,000ກີບ, ໂຕະຕັ້ງວາງເຄື່ອງ ລວມທັງຄ່າປັບປຸງຮ້ານ ມູນຄ່າ 19,200,000 ກີບ.
+ ຮ້ານທີ 2 ເຈົ້າຂອງຊື່ ນາງ ຈັນສະໝອນ ມະນີຈັນ ອາຍຸ 40 ປີ ຄວາມເສຍຫາຍ ຕູ້ແຊ 1 ໜ່ວຍ ມູນຄ່າ 20,480,000ກີບ, ຕຽງພັບ 1 ໜ່ວຍ ມູນຄ່າ 1,408,000ກີບ, ຕູ້ແກ້ວໃສ່ເຂົ້າຈີ່ 1 ໜ່ວຍ ມູນຄ່າ 704,000ກີບ.
+ ຮ້ານທີ 3 ເຈົ້າຂອງຊື່ ນາງ ວັນຄໍາ ສີສະເດດ ອາຍຸ 59 ປີ ຄວາມເສຍຫາຍ ຕູ້ແຊ່ 1 ໜ່ວຍ ມູນຄ່າ 9,920,000ກີບ.
ລວມມູນຄ່າເສຍຫາຍທັງໝົດ 99,280,000 ກີບ. ສ່ວນສາເຫດຂອງໄຟໄໝ້ໃນຄັ້ງນີ້ ແມ່ນຍັງຢູ່ໃນການສືບສວນ- ສອບສວນຂອງເຈົ້າໜ້າທີ່.
Cr: ວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ