ການສະແດງໂດຣນປະກອບພາບ ຕົວອັກສອນ ແສງ ສີ ສຽງ ແລະ ການຍິງດອກພຸໄຟ ແມ່ນກິດຈະກໍາພິເສດ 2 ກິດຈະກໍາໜຶ່ງ ທີ່ຈະມີຂຶ້ນໃນວັນທີ 10 ກຸມພາ 2025 ເຊິ່ງເປັນມື້ເປີດງານບຸນນະມັດສະການຜາສາດຫີນວັດພູ.
ສໍາລັບຮູບແບບ ແລະ ເນື້ອໃນບິນໂດຣນ ນັ້ນ, ທ່ານ ນາງ ສົມເລັດ ໂພສາລາດ ປະທານກຸ່ມບໍລິສັດ ຍິ່ງໂຊກໄຊ ຜູ້ທີ່ຮັບຜິດ ຊອບກິດຈະກໍາບິນໂດຣນ ຕາງໜ້າຄະນະຮັບຜິເຊອບຈັດງານ ໃຫ້ຮູ້ວ່າ: ການບິນໂດຣນຊຸດທີ 1 ຈໍານວນ 100 ລໍາ ຈະມີບັນຍາຍກ່ຽວກັບທີ່ຕັ້ງຂອງເມືອງຈຳປາສັກ. ບິນໂດຣນ ຊຸດທີ 2 ຈໍານວນ 200 ລໍາ ຈະບັນຍາຍກ່ຽວກັບການສ້າງຕົວເມືອງ ແລະ ສ້າງສາສະນະ ສະຖານຂອງຮີນດູ. ບິນໂດຣນຊຸດທີ 3 ຈໍານວນ 200 ລໍາ ຈະບັນຍາຍກ່ຽວກັບ ຈອມພູເກົ້າ ແຮງບັນດານໃຈເຖິງສັດທາອັນແຮງກ້າ ແລະ ຄວາມເຊື່ອໃນສາສະໜາອິນດູຈີນ.
ສ່ວນການຍິງດອກພຸໄຟໃນມື້ເປີດງານ, ທ່ານ ພັນເອກ ຄໍາເວົ້າ ຜູ້ຮັບຜິດຊອບການຍິງດອກພຸໄຟ ໃຫ້ຮູ້ວ່າ: ມີບັ້ງຂະໜາດ 3″ ຈຳນວນ 54 ບັ້ງ, ບັ່ງ້ງຂະໜາດ 4″ ຈຳນວນ 60 ບັ້ງ, ບັ້ງຂະໜາດ 5″ ຈຳນວນ 16 ບັ້ງ, ບັ້ງຂະໜາດ 6″ ຈຳນວນ 11 ບັ້ງ, ບັ້ງຂະໜາດ 10″ ຈຳນວນ 1 ບັ້ງ ແລະ ຊຸດຫາງນົກຍຸງ 300 ນັດ 1 ຊຸດ, ຊຸດພັດ 10 ນັດ 6 ຊຸດ, ຊຸດພັກ 130 ນັດ 1 ຊຸດ, ຊຸດແບບຕັ້ງ 40 ນັດ 2 ຊຸດ.
Cr: ທູນທອງໃຈ









