ວັນອັງຄານ 4 ກຸມພາ 2025, ໂຮງຮຽນນານາຊາດ ອົດສະຕາ ລີ ໄດ້ຮັບກຽດຕ້ອນຮັບຄະນະບໍດີ ຄະນະສຶກສາສາດ ມະຫາວິ ທະຍາໄລຂອນແກ່ນ, ປະເທດໄທ ທີ່ໄດ້ມາຢ້ຽມຢາມ ແລະ ປຶກສາ ຫາລືທິດທາງໃນການຮ່ວມມືຈັດຕັ້ງໂຄງການເຄື່ອຂ່າຍການສຶກສາໄທ-ລາວ ພ້ອມກັນນັ້ນຍັງມີການວາງແຜນຍຸດທະສາດເພື່ອພັດ ທະນາໃຫ້ຜູ້ຮຽນໄດ້ປະສິດທິພາບສູ່ປະຊາກອນໂລກ, ໂຮງຮຽນນານາຊາດ ອົດສະຕາລີ ໄດ້ເລືອກສ້າງສຳພັນທະມິດທາງດ້ານການສຶກສາທີ່ມີຄຸນນະພາບໃນການພັດທະນາຜູ້ຮຽນຢ່າງຕໍ່ເນື່ອງໄປຈົນເຖິງລະດັບການສຶກສາຊັ້ນສູງ ແລະ ອາຊີບໃນອາຄົດ.
ດ້ວຍວິໄສທັດພັດທະນາຜູ້ຮຽນໃຫ້ເປັນປະຊາກອນໂລກທີ່ມີຄຸນນະ ພາບ ຈຶ່ງກຽມຈັດຕັ້ງການຮ່ວມມືຄວາມເປັນໄປໄດ້ທີ່ຈະມຸ່ງເນັ້ນພັດທະນາຜູ້ຮຽນລະດັບມັດທະຍົມຕອນປາຍກັບກິດ ຈະກຳດ້ານການສຶກສາ, ການຮຽນຮູ້ນະວັດຕະກຳ ແລະ ເທັກໂນໂລ ຊີໃໝ່ຈາກຫຼັກສູດທີ່ຫຼາກຫຼາຍໃນລະດັບມາດຕະຖານສາກົນຈາກມະຫາ ວິທະຍາໄລ ຂອນແກ່ນ ເພື່ອສອດຄ່ອງກັນໃນອານາຄົດຕໍ່ໄປ.






