ໃນຕອນບ່າຍຂອງ ວັນທີ 5 ກຸມພາ 2025, ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ໄດ້ໃຫ້ກຽດການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນກອງປະ ຊຸມໂຕະມົນ ປະຈຳປີ 2024 ຊິ່ງນຳພາໂດຍທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍ ມີຜູ້ແທນເຂົ້າຮ່ວມຫຼາຍກວ່າ 29 ທ່ານ ຄື: ທ່ານ ຮອງລັດຖະມົນຕີ ກະຊວງການ ຕ່າງປະເທດ, ທ່ານ ຮອງລັດຖະມົນຕີ ກະຊວງສາທາ ລະນະສຸກ, ທ່ານ ຮອງ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະສີ່ງແວດລ້ອມ, ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາທ່ານເອກອັກ ຄະລັດຖະ ທູດ, ທູຕານຸທູດ, ຫົວຫນ້າອົງການຈັດຕັ້ງສາກົນເຂົ້າຮ່ວມ.
ທ່ານ ເພັດ ເພັດພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະການ ລົງທຶນ ໄດ້ກ່າວຈຸດປະສົງໃນການເຂົ້າຢ້ຽມຂ່ໍານັບໃນຄັ້ງນີ້ແມ່ນ ເພື່ອລາຍງານໂດຍສັງ ເຂບຜົນສໍາເລັດກອງປະຊຸມໂຕະມົນ ປະຈໍາປີ 2024 ໃຫ້ ທ່ານ ນາຍົກລັດຖະມົນຕີ (ໃນນາມເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອ ຂະບວນການໂຕະມົນ) ໄດ້ ຮັບຊາບ ແລະມີທິດຊີ້ນໍາ ເພື່ອເປັນແນວທາງໃນການຈັດຕັ້ງປະຕິ ບັດວຽກງານຂະບວນການໂຕະມົນ ໃຫ້ບັນດາກະຊວງຂະແຫນງການ ແລະຄູ່ຮ່ວມ ພັດທະນາ ນໍາໄປຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ກໍ່ຄື ການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ.
ຫຼັງຈາກນັ້ນ, ທ່ານ ບັກໂຮເດຍ ເບີອະນໍາ, ຜູ້ປະສານງານອົງ ການ ສປຊ ປະຈໍາ ສປປ ລາວ ໂດຍຕາງຫນ້າໃຫ້ຄູ່ຮ່ວມພັດທະ ນາ ກໍ່ໄດ້ລາຍງານຜົນສໍາເລັດກອງປະຊຸມ ໂຕະມົນ ປະຈໍາປີ 2024 ໂດຍສັງເຂບ. ເຊີ່ງມີຫົວຂໍ້ສໍາຄັນດັ່ງນີ້: 1. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ສໍາລັບປີ 2024 ແລະທິດທາງແຜນການປີ 2025 ແລະຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030); 2. ຄວາມຄືບໜ້າໃນການກະກຽມຫຼຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ຂອງ ສປປ ລາວ ແລະ ຜົນການເຂົ້າຮ່ວມກອງປະຊຸມສຸດຍອດວ່າ ດ້ວຍອະນາຄົດ ທີ່ ສໍານັກງານຂ້າຫຼວງໃຫຍ່ອົງການສະຫະປະຊາຊາດ, ນະຄອນ ນີວຢອກ ປະເທດ ສະຫະລັດອາເມລິກາ; 3. ຜົນສໍາເລັດຂອງການ ປຶກສາຫາລືກຸ່ມສົນທະນາທີ 1 : ໃນຫົວຂໍ້ທິດທາງໄລຍະສັນ ແລະໄລຍະຍາວ ໃນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ເພື່ອບັນລຸເປົ້າໝາຍການພັດທະນາເສດກິດຂອງ ສປປ ລາວ ໃຫ້ມີ ຄວາມຍືນຍົງ, ສີຂຽວ, ເຊື່ອມໂຍງ-ເຊື່ອມຈອດ ແລະມີຄວາມຫຼາກຫຼາຍທາງດ້ານ ເສດຖະກິດ; 4. ຜົນສໍາເລັດຂອງການປຶກສາຫາລືກຸ່ມສົນທະນາທີ 2 : ໃນຫົວຂໍ້ທິດທາງໄລຍະສັ້ນ ແລະໄລຍະຍາວ ໃນການພັດທະນາຊັບພະຍາກອນມະ ນຸດ ຂອງ ສປປ ລາວ (ການ ນໍາໃຊ້ທ່າແຮງຂອງປະຊາກອນໜຸ່ມ ໃນການພັດທະນາໃຫ້ມີຄວາມຍືນຍົງ); 5. ການຮ່ວມມືເພື່ອການພັດທະນາ (ຜົນການສໍາຫຼວດຮອບວຽນທີ 4 ຂອງການ ເປັນຄູ່ຮ່ວມເພື່ອການຮ່ວມມືເພື່ອການພັດທະນາທີມີປະສິດທິຜົນ ແລະຜົນການທົບທວນແຜນດໍາເນີນງານຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິ ຜົນ).
ໃນໂອກາດອັນຄັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນໍາວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມ ໝາຍຄວາມສໍາຄັນຫຼາຍ ຕໍ່ ສປປ ລາວ. ສໍາລັບກອງປະຊຸມໂຕະມົນປະຈໍາປີ 2024 ໃນ ຄັງນີ້ ຖືເປັນໂອກາດດີ ໃຫ້ແກ່ພວກເຮົາໄດ້ ປຶກສາຫາລື ກ່ຽວກັບ ຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ສໍາລັບ ປີ 2024, ທິດທາງແຜນການປີ 2025 ແລະຮ່າງແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10 (2026- 2030), ບົດລາຍງານຄວາມຄືບຫນ້າກ່ຽວກັບການ ກະກຽມຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ແລະ ຜົນການເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ທີ່ສໍານັກງານຂ້າຫຼວງໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ ປະເທດ ສະຫະລັດອາເມລິກາ, ຜົນສໍາເລັດ ຂອງການປຶກສາຫາລືຂອງກຸ່ມສົນທະນາທີໃນ 2 ຫົວຂໍ້ສໍາຄັນໃນການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ, ການເງິນ ແລະການພັດທະນາດ້ານຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ລາຍງານການຮ່ວມມືເພື່ອການພັດທະນາ (ຜົນການສໍາຫຼວດຮອບວຽນທີ 4 ຂອງການເປັນຄູ່ຮ່ວມເພື່ອການຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນແລະຜົນການທົບທວນແຜນດໍາເນີນງານຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນ), ເຖິງແມ່ນວ່າ ສປປ ລາວ ປະເຊີນ ກັບ ຄວາມຫຍຸ້ງຍາກປານໃດກໍ່ຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາຍັງ ຮັກສາຄໍາໝັ້ນສັນຍາ ທີ່ຈະສືບຕໍ່ສະ ໜັບສະຫນູນຊ່ວຍເຫລືອ ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຕ່ລະໄລຍະ ໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.
ຂ່າວ:ກົມປະຊາສຳພັນ ສນຍ





