ໃນໄລຍະພັກບຸນກຸດຈີນປີນີ້, ຮູບເງົາຈີນໄດ້ຮັບຜົນງານທີ່ໂດດເດັ່ນ: ລາຍຮັບຈາກການຂາຍປີ້ຮູບເງົາໃນໄລຍະພັກບຸນກຸດຈີນປີນີ້ໄດ້ມີຫຼາຍກວ່າ 8.8 ຕື້ຢວນ ແລະ ຜູ້ເຂົ້າຊົມຮູບເງົາມີຫຼາຍກວ່າ 170 ລ້ານເທື່ອຄົນ, ລ້ວນແຕ່ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ! ນັບມາຮອດປັດຈຸບັນ ລາຍຮັບຈາກການຂາຍປີ້ຮູບເງົາຈີນ ໃນປີ 2025 ລວມທັງໝົດເປັນ 101.21 ຕື້ຢວນ ເຊິ່ງເຮັດໃຫ້ຕະຫຼາດຮູບເງົາຈີນຂຶ້ນເປັນອັນດັບ 1 ຂອງໂລກ ໂດຍໄດ້ລື່ນກາຍຕະຫຼາດອາເມລິກາເໜືອ ແລະ ໄດ້ສະແດງໃຫ້ເຫັນເຖິງພະລັງດຶງດູດທີ່ແຂງແຮງຂອງຕະຫຼາດຮູບເງົາຈີນ..
ເຫັນວ່າ ຜົນສຳເລັດຂອງຮູບເງົາຈີນມີສາເຫດດັ່ງຕໍ່ໄປນີ້:
1. ຮູບເງົາມີຫຼາກຫຼາຍເລື່ອງ: ທັງສືບທອດຈາກ IP ປະຫວັດສາດນະວະນິຍາຍຕ່າງໆ ເຊັ່ນ “ເນີຈາສູ້ກັບກະສັດມັງກອນ” ແລະ “ສົງຄາມເມືອງຊີສີ ພາກ 2” ຈົນເຖິງການຕີຄວາມໝາຍໃໝ່ຂອງເລື່ອງ “ເລື່ອງເລົ່າຂອງນັກສືບຜູ້ກກ້າຫານ” ຫຼືເລື່ອງສືບສວນຄະດີແບບຕະຫລົກ “ສືບຄະດີຢູ່ຖະໜົນຊາວຈີນປີ 1900” ແລະເລື່ອງການທະຫານແບບຕື່ນເຕັ້ນ “ການປະຕິບັດງານມັງກອນ” ທີ່ຕອບສະໜອງຕາມຄວາມຕ້ອງການຂອງຜູ້ຊົມທີ່ມີອາຍຸຕ່າງກັນ.
2. ແມ່ນໄດ້ຮັບຜົນປະໂຫຍດຈາກການປະດິດສ້າງໃໝ່ດ້ານເຕັກນິກ: ການນຳໃຊ້ເຕັກໂນໂລຊີຖ່າຍທຳຈຳລອງ (Virtual Shooting) ແລະ AI ໄດ້ສ້າງພື້ນຖານທີ່ດີໃຫ້ແກ່ຮູບເງົາເລື່ອງ “ສົງຄາມເມືອງຊີສີ ພາກ 2” ທີ່ນຳໃຊ້ເຕັກນິກທັນສໄໝ ເພື່ອສະແດງໃຫ້ເຫັນເຖິງຄວາມໃຫຍ່ໂຕມະໂຫລານຂອງສົງຄາມສະໄໝບູຮານ. ນອກນີ້, ການພັດທະນາລະບົບສາຍຮູບເງົາລະດັບສູງ ເຊັ່ນ CINITY ແລະ IMAX ທີ່ເພີ່ມຄຸນນະພາບຮູບພາບສູງ ແລະ VR ໂດຍໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກທີ່ດີກວ່າເກົ່າໃນການຊົມຮູບເງົາ.
3. ອຸດສາຫະກຳຮູບເງົາໄດ້ເຊື່ອມໂຍງເຂົ້າກັບອຸດສາຫະກຳອື່ນໆຢ່າງເລິກເຊິ່ງ: ອຸດສາຫະກຳຮູບເງົາໄດ້ເຊື່ອມໂຍງເຂົ້າກັບອຸດສາຫະກຳການທ່ອງທ່ຽວ ເຊັ່ນ ເມືອງຖ່າຍທຳຮູບເງົາເລື່ອງ “ສືບຄະດີຢູ່ຖະໜົນຊາວຈີນ ປີ 1900” ໃນເມືອງເລລິງ ແຂວງຊານຕຸ່ງ ໄດ້ຈັດກິດຈະກຳສະຫຼອງບຸນປີໃໝ່ຈີນ, ຮູບເງົາເລື່ອງ “ເນີຈາສູ້ກັບກະສັດມັງກອນ” ໄດ້ເປີດ “ເສັ້ນທາງຄົ້ນຄວ້ານະວະນິຍາຍ” ກັບນະຄອນໂລ້ຢາງແຂວງເຫີໜານ ເຊິ່ງໄດ້ກະຕຸກຊຸກຍູ້ຕ່ອງໂສ້ການບໍລິໂພກດ້ວຍຊ່ອງທາງອອນລາຍ ແລະ ອັອຟລາຍ.
ສິ່ງທີ່ຄວນເວົ້າເຖິງນັ້ນກໍຄື: ວັດທະນະທຳຈີນໄດສ້າງຜົນສະທ້ອນຢ່າງຫຼວງຫຼາຍໃຫ້ແກ່ຮູບເງົາຫຼາຍເລື່ອງທີ່ສາຍຢູ່ໃນໄລຍະພັກບຸນກຸດຈີນປີນີ້.
ກ່ອນອື່ນ, ຕົວລະຄອນວັດທະນະທຳດັ້ງເດີມຂອງຈີນໄດ້ປະກົດມີມີຄວາມມີຊີວິດຊີວາໃໝ່ໃນການປະດິດສ້າງໃໝ່ ເຊັ່ນ: ຮູບເງົາເລື່ອງ “ເນີຈາສູ້ກັບກະສັດມັງກອນ” ໄດ້ນຳເຕັກໂນໂລຊີ 4D ເພື່ອ ນຳເອົາວັດທະນະທຳດັ້ງເດີມປະສານສົມທົບກັບປັດໄຈທັນສະໄໝ, ດ້ານໜຶ່ງ, ໄດ້ຮັກສາປັດໄຈວັດທະນະທຳດັ້ງເດີ່ມຢູ່ໃນຮູບເງົາ, ອີກດ້ານໜຶ່ງ, ກໍໄດ້ເພີ່ມປັດໄຈເຕັກນິກທີ່ທັນສະໄໝເຂົ້າໃນຮູບເງົາ ເຊິ່ງໄດ້ສືບທອດວັດທະນະທຳທີ່ມີມູນເຊື້ອດ້ວຍການປະດິດສ້າງໃໝ່.
ສອງ, ການເຜີຍແຜ່ຄ່ານິຍົມທົ່ວໄປ ເຮັດໃຫ້ຜູ້ຊົມເກີດມີຄວາມຮູ້ສຶກທີ່ຄ້າຍຄືກັນ ເຊັ່ນ: ຮູບເງົາທີ່ສາຍໃນໄລຍະພັກບຸນກຸດຈີນປີນີ້ໄດ້ປິ່ນອ້ອມຄ່ານິຍົມທີ່ມີມູນເຊື້ອຕ່າງໆຂອງຈີນ ເຊັ່ນ: ຄວາມຮັກແພງໃນຄອບຄົວ ມິດຕະພາບລະຫວ່າງໝູ່ເພື່ອນ ແລະ ຄວາມເປັນທຳເປັນຕົ້ນ. ຕົວຢ່າງຄື: ຮູບເງົາເລື່ອງ “ສືບຄະດີຢູ່ຕາມຖະໜົນຊາວຈີນ ປີ 1900” ໄດ້ຖ່າຍທຳເຖິງເລື່ອງທີ່ແຮງງານຈີນໄປອອກແຮງງານຢູ່ຕ່າງປະເທດໃນທ້າຍລາຊະວົງຊິງ ໄດ້ເອົາປັດໄຈຕະຫຼົກປະສານສົມທົບກັບຄວາມຮັກຊາດ ແລະ ຮັກບ້ານເກີດເມືອງນອນ ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມຈາກຜູ້ຊົມທັງຫຼາຍ. ສະຖິຕິສະແດງໃຫ້ເຫັນວ່າ: ໃນໄລຍະພັກບຸນກຸດຈີນປີນີ້, ຄອບຄົວໄດ້ພາກັນໄປຊົມຮູບເງົາໄດ້ກວມຫຼາຍກວ່າ 60% ຂອງຍອດຈຳນວນຜູ້ຊົມຮູບເງົາ. ການຊົມຮູບເງົາໄດ້ກາຍເປັນປະເພນີໃໝ່ຂອງຊາວຈີນ ໃນການສະເຫຼີມສະຫຼອງບຸນກຸດຈີນ.
ນອກນີ້, ຮູບເງົາກໍໄດ້ເຜີຍແຜ່ວັດທະນະທຳຈີນໄປສູ່ຕ່າງປະເທດ. ຕົວຢ່າງຄື: ຮູບເງົາເລື່ອງ “ສົງຄາມເມືອງຊີສີ ພາກ 2” ໄດ້ສາຍຢູ່ໃນ 16 ປະເທດພ້ອມກັນ ຊຶ່ງໄດ້ເຜີຍແຜ່ວັດທະນະທຳຈີນໄປສູ່ທົ່ວໂລກ ແລະ ສ່ອງແສງໃຫ້ເຫັນເຖິງຄວາມມີສະເໜ່ຂອງວັດທະນະທຳຈີນ.
ດ້ວຍເຫດນີ້ ການຊົມຮູບເງົາຈຶ່ງກາຍເປັນພາຍະກຳໃໝ່ຂອງການສະເຫຼີມສະຫຼອງປີໃໝ່ຈີນ ພ້ອມການສະແດງໃຫ້ເຫັນພະລັງອ່ອນຂອງວັດທະນະທຳທີ່ມີຊີວິດຊີວາ!





