ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຊຍະບູລີ ປືກສາຫາລືກ່ຽວກັບການຕິດຕາມກວດກາຄຸ້ມຄອງເງິນຕາຕ່າງປະເທດ

Feb 5, 2025

ວັນທີ 4 ກຸມພາຜ່ານມານີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ຄົບຄະນະຊີ້ນໍາ ແລະ ອານຸກໍາມະ ການຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນ ຕາຕ່າງປະເທດ ໂດຍການເປັນປະທານຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູລີ ຜູ້ຊີ້ນໍາວຽກງານເສດຖະກິດ-ສັງ ຄົມແຂວງ..
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດພາຍໃນແຂວງ ໄຊຍະບູລີ ແລະ ໄດ້ປຶກສາຫາລືກ່ຽວກັບການຊອກຫາວິທີທາງເພື່ອຄຸ້ມຄອງ ຕິດຕາມ ກວດກາ ການໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອານຸຍາດ, ການກໍານົດ, ການຕິດລາຄາ, ການ ຊໍາລະ, ຮັບຊໍາລະຄ່າສິນຄ້າ ແລະ ບໍລິການໃຫ້ເປັນເງິນກີບ, ການ ຕິດຕາມກະແສເງິນຕາຕ່າງປະເທດໄຫຼເຂົ້າຈາກການລົງທຶນຕ່າງ ປະເທດ, ການສົ່ງອອກສິນຄ້າໄປຕ່າງປະເທດ ແລະ ແນະນໍາໃຫ້ພາກສ່ວນດັ່ງກ່າວຂາຍເງິນຕາຕ່າງປະເທດໃຫ້ກັບທະນາຄານທຸລະກິດໃຫ້ຖືກຕ້ອງຕາມກົດໝາຍ, ການຄຸ້ມຄອງ ຕິດຕາມ ກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອານຸຍາດ.
ລວມເຖີງການຕິດຕາມບໍລິສັດລົງທຶນຈາກຕ່າງປະເທດ ໃຫ້ເປີດ ຫຼື ຫັນບັນຊີເງິນຝາກສະເພາະ ແລະ ນໍາທຶນເຂົ້າມາຢັ້ງຢືນນໍາທະນາຄານແຫ່ງ ສປປລາວ ໃຫ້ຖືກຕ້ອງຕາມລະບຽບການ ແລະ ການຊຸກຍູ້ບັນດາບໍລິສັດສົ່ງອອກ-ນໍາເຂົ້າ ແລະ ບໍລິການ ໃຫ້ລົງ ທະບຽນ, ເປີດບັນຊີເງິນຝາກສະເພາະ ພ້ອມທັງແນະນໍາໃຫ້ບໍລິສັດດັ່ງກ່າວນໍາລາຍຮັບຈາກການສົ່ງອອກ-ນໍາເຂົ້າ ຜ່ານລະບົບທະນາຄານ ແລະ ແລກປ່ຽນເງິນຕານໍາທະນາຄານທຸລະກິດໃຫ້ຖືກຕ້ອງຕາມອັດຕາສ່ວນ ແລະ ກໍານົດເວລາ.
Cr: ອຸ່ນເຮືອນ ໂພທິລັກ)