ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊື່ອມຊຶມຜັນຂະຫຍາຍບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່

Feb 5, 2025

ໃນວັນທີ 5 ກຸມພາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດຕັ້ງພິທີເຊື່ອມຊຶມຜັນຂະຫຍາຍບົດໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ ຊຶ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເມື່ອຕົ້ນເດືອນມັງກອນ 2025 ຜ່ານມາ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ຍົກບາງຄຳເຫັນທີ່ສຳຄັນຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ມີຄື:
1. ໃຫ້ຮີບຮ້ອນປັບປຸງເນື້ອໃນກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ (ສະບັບປັບປຸງ) ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເມືອກາງເດືອນທັນວາ ຜ່ານມານີ້ ໃຫ້ສົມບູນຍິ່ງຂຶ້ນ ແລະສາມາດປະກາດໃຊ້ໂດຍໄວ ເພື່ອໃຫ້ສາມາດເປັນບ່ອນອີງ, ເປັນເຄື່ອງມືໃນການຈັດຕັ້ງປະຕິບັດ ເຂົ້າສູ່ຕົວຈິງ.
2. ອົງການໄອຍະການປະຊາຊົນ ສືບຕໍ່ຮ່ວມກັບບັນດາອົງການລັດ ເພື່ອສ້າງກົນໄກ ການປະສານງານ ແລະ ຮ່ວມມືກັນ ໃຫ້ໃກ້ ຊິດກວ່າເກົ່າ ໃນການຕິດຕາມ, ກວດກາ ການເຄົາລົບ ແລະ ປະຕິ ບັດກົດໝາຍ ຕາມພາລະບົດບາດ ຂອງແຕ່ລະພາກສ່ວນ,
3. ອົງການໄອຍະການປະຊາຊົນຕ້ອງສືບຕໍ່ປັບປຸງຕົນເອງຢ່າງຮອບດ້ານເປັນຕົ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ປັບປຸງນໍ້າໃຈຮັບໃຊ້ປະຊາຊົນໃຫ້ນັບມື້ນັບສູງຂຶ້ນ ຢ່າງບໍ່ຢຸດຢັ້ງ.
4. ຕ້ອງບໍາລຸງສ້າງພະນັກງານ ຂອງຕົນໃຫ້ເຂັ້ມແຂງ ດ້ານວິຊາສະເພາະ, ວິຊາການໃຫ້ທັນຍຸກທັນສະໄໝ,ຫັນເຂົ້າສູ່ລະບົບທີ່ກ້າວໜ້າທັນສະໄໝ, ຮັບເອົາວິທະຍາສາດ ເຕັກໂນໂລຊີໃໝ່ ເຂົ້າ ມາຮັບໃຊ້ວຽກງານ ຢຢ່າງທັນສະພາບການ.
5. ອົງການໄອຍະການປະຊາຊົນ ໃນຖານະທີ່ເປັນຕົວແທນໃຫ້ລັດ, ປະຕິບັດໜ້າທີ່ ບົນພື້ນຖານການຢຶດໝັ້ນພາ ລະໜ້າທີ່, ຢຶດໝັ້ນລັດຖະທໍາມະນູນ ແລະ ກົດໝາຍ ຢຢ່າງເຂັ້ມງວດ.
6. ໃຫ້ບັນດາສະຫາຍ ຖືເອົາການສະເຫຼີມສະຫຼອງ 35 ປີ ຂອງອົງການໄອຍະການໄປພ້ອມກັບການສະເຫຼີມສະຫຼອງວັນສໍາຄັນປະຫວັດສາດ ຂອງພັກ, ຂອງຊາດ ປີ 2025, ການກະກຽມໃຫ້ດີ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກ ອົງການໄອຍະການ ໃຫ້ເປັນຂະບວນຟົດຟື້ນ, ສ້າງໄດ້ຂະບວນການ ກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາ ທີ່ຈະມາເຖິງ.
ໃນຕອນທ້າຍ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ມີຄຳເຫັນໂອ້ລົມ ເນັ້ນໃຫ້ບັນດາຄະນະໜ່ວຍພັກ ນຳເນື້ອໃນຄຳເຫັນທີ່ສຳຄັນຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ ປະທານປະເທດແຫ່ງ ສປປ ລາວ ໄປຜັນຂະຫຍາຍສຸມໃສ່ນໍາພາ-ຊີ້ນໍາວຽກງານການເມືອງແນວຄິດເປັນປົກກະຕິໃນແຕ່ ລະໄລຍະໂດຍຖືເອົາວຽກງານດັ່ງກ່າວເປັນບັນຫາສໍາຄັນຕິດພັນກັບການສຶກສາອົບຮົມພະນັກງານ-ລັດຖະກອນໃນຂັ້ນຂອງຕົນດ້ວຍຮູບການຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມບັນດາເອກະສານທີ່ສໍາຄັນຂອງພັກ, ເພື່ອໃຫ້ບັນດາພະນັກງານ ໄດ້ຮັບຮູ້ເຂົ້າໃຈໄດ້ຢ່າງເລີກເຊິ່ງ, ແນໃສ່ດ້ານຄຸນນະພາບ, ປະສິດທິຜົນຂອງວຽກ ງານໃຫ້ມີບາດກ້າວທີ່ດີຂຶ້ນ ເປັນລຳດັບໂດຍໄດ້ຍົກສູງຄວາມ ຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການປົກປ້ອງກົດ ໝາຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາ ຊົນ.
Cr: ອອປສ