ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບເຂົ້າໃຫ້ນັກຮຽນທີ່ອາໃສກິນນອນຢູ່ຫໍພັກ ແລະ ນັກຮຽນທີ່ດ້ອຍໂອກາດຢູ່ໃນຄອບຄົວທຸກຍາກຂາດເຂີນ

Feb 5, 2025

ໃນຕອນບ່າຍວັນທີ 4 ກຸມພາ 2025, ຢູ່ທີ່ ໂຮງຮຽນ ມສ ຫົງສາ, ເມືອງຫົງສາ ໄດ້ຈັດພິທີມອບເຂົ້າໃຫ້ນັກຮຽນທີ່ອາໃສກິນນອນຢູ່ຫໍພັກ ແລະ ນັກຮຽນທີ່ດ້ອຍໂອກາດຢູ່ໃນຄອບຄົວທຸກຍາກຂາດເຂີນ ໂດຍການເເຂົ້າຮ່ວມຂອງ ທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ.
ແມ່ນເພື່ອຊຸກຍູ້ຊ່ວຍເຫຼືອນັກຮຽນທີ່ອາໃສກິນນອນຢູ່ຫໍພັກ ແລະ ນັກຮຽນທີ່ດ້ອຍໂອກາດຢູ່ໃນຄອບຄົວທຸກຍາກຂາດເຂີນ ເຂົ້າ ດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມຕາມການສະເໜີຂອງອົງການປົກ ຄອງເມືອງ ເຊິ່ງໄດ້ຮັບເຂົ້າທັງໝົດ ຈຳນວນ 5,775 ກິໂລ ໃນນີ້ແຮໄວ້ຊ່ວຍເຫຼືອສຸກເສີນ 1,000 ກິໂລ, ຊ່ວຍເຫຼືອນັກຮຽນຫໍພັກ ແລະ ນັກຮຽນດ້ອຍໂອກາດຢູ່ໂຮງຮຽນແຫ່ງຕ່າງໆພາຍໃນເມືອງ 27 ແຫ່ງ ຈໍານວນ 355 ຄົນ, ຍິງ 175 ຄົນ ເປັນເຂົ້າຈໍານວນ 1,775 ກິໂລ.
ການຊ່ວຍເຫຼືອແຕ່ລະໂຮງຮຽນແມ່ນໄດ້ແບ່ງປັນຕາມຈໍານວນນັກຮຽນ ທີ່ອາໃສກິນນອນຢູ່ຫໍພັກໂຮງຮຽນແຫ່ງຕ່າງໆພາຍໃນເມືອງ ແລະ ນັກຮຽນທີ່ດ້ອຍໂອກາດຢູ່ໃນຄອບຄົວທຸກຍາກຂາດເຂີນ ຕາມການສັງລວມຂອງຫ້ອງການສຶກສາທິການ ແລະ ກິລາເມືອງ. ນອກນັ້ນຍັງໄດ້ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກພາຍຸຢາກິ ນໍ້າຖ້ວມທີ່ຢູ່ອາໃສ ແລະ ເນື້ອທີ່ທຳການຜະລິດໃນໄລຍະຜ່ານມາ ຈໍານວນ 6 ບ້ານ, ມີ 62 ຄອບຄົວ, ເປັນເຂົ້າຈຳນວນ 3,000 ກິໂລ.
Cr: ຖວທ ຫົງສາ