ທ່ານ ບຸນລິດ ເທບບຸນສູງ ຮັກສາການເລຂາພັກເມືອງ,ວ່າການເຈົ້າເມືອງໆປາກຊ່ອງ ແຂວງຈໍາປາສັກໃຫ້ສໍາພາດໃນວັນທີ 5 ມັງກອນ 2025 ວ່າ: ມາຮອດປັດຈຸບັນເມືອງປາກຊ່ອງມີຄວາມພ້ອມຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງ ຄັ້ງທີ IX ເຊິ່ງຈະຈັດຂຶ້ນໃນອີກບໍ່ດົນນີ້ ເຊັ່ນ: ດ້ານບຸກຄະລາກອນ,ດ້ານເນື້ອໃນ,ດ້ານຂະບວນການພັດທະນາເສດຖະກິດ-ສັງຄົມ,ຂະບວນການອະນາໄມປະດັບປະດາຕົວເມືອງ, ສຳນັກງານຫ້ອງການ,ກົມກອງ,ສະຖານທີ່ສາທາລະນະອື່ນໆ ໃຫ້ມີຄວາມສະຫງົບ,ຈົບງາມ ແລະຄວາມເປັນລະບຽບຮຽບຮ້ອຍ.ທັງນີ້ກໍຍ້ອນຄະນະພັກ,ອົງການປົກຄອງເມືອງ,ກຸ່ມບ້ານ, ບ້ານເອົາໃຈໃສ່ຊີ້ນຳຕິດຕາມຊຸກຍູ້ຢ່າງໃກ້ຊິດ ປະຊາຊົນ,ພະນັກງານ,ທະຫານ,ຕຳຫຼວດ,ນັກທຸລະກິດພໍ່ຄ້າຊາວຂາຍປະກອບສ່ວນຢ່າງຕັ້ງໜ້າຕາມການນຳພາຂອງພັກ.
ທ່ານ ບຸນລິດ ເທບບຸນສູງ ຍັງໄດ້ຍົກໃຫ້ເຫັນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2020-2024) ຂອງເມືອງປາກຊ່ອງຕະຫຼອດໄລຍະ 5 ປີຜ່ານມາ ໂດຍພາຍໃຕ້ ການນໍາພາ-ຊີ້ນໍາຂອງພັກ ກໍ່ຄືການຊຸກຍູ້, ຕິດຕາມ, ກວດກາຢ່າງໃກ້ຊິດຂອງຄະນະບໍລິຫານງານພັກເມືອງ ຊຸດທີ VIII ໂດຍໄດ້ຮັບການສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າຂອງຫ້ອງການ, ກົມກອງ, ຮາກຖານກຸ່ມບ້ານ ແລະ ບ້ານ, ປະຊາຊົນບັນດາເຜົ່າ, ເຮັດໃຫ້ທິດທາງຄາດໝາຍຫຼາຍດ້ານຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄດ້ຮັບການຈັດຕັ້ງປະຕິບັດສຳເລັດຫຼາຍຄາດໝາຍ ເຊັ່ນ: ດ້ານເສດຖະກິດ: ເສດຖະກິດຂອງເມືອງໄດ້ມີການເຕີບໂຕໃນລະດັບ ສະເລ່ຍ 6,15% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 28.116.68 ຕື້ກີບ. ສະເລ່ຍຂອງພົນລະເມືອງ 58.530.313 ກີບ, ເທົ່າກັບ 4.079 ໂດລາສະຫາລັດ, ທຽບໃສ່ແຜນ 5 ປີ ເທົ່າກັບ 92,62% (ທຽບໂດລາສະຫາລັດ).
ສະເພາະປີ 2024 ລວມຍອດຜະລິດຕະພັນພາຍໃນບັນລຸ 9.130,15 ຕື້ກີບ, ສະເລ່ຍຂອງພົນລະເມືອງ 97.769.938 ກີບ ຫຼື ເທົ່າກັບ 4.956 ໂດລາສະຫະລັດ. ໂຄງປະກອບເສດຖະກິດຫັນປ່ຽນຕາມທ່າແຮງບົ່ມຊ້ອນ ໃນນັ້ນ: ຂົງເຂດກະສິກຳຂະຫຍາຍຕົວ ສະເລ່ຍ 5,07%, ກວມ 88,34%; ຂົງເຂດອຸດສາຫະກຳຂະຫຍາຍຕົວສະເລ່ຍ 12,47%, ກວມ 5,46%; ຂົງເຂດບໍລິການຂະຫຍາຍຕົວສະເລ່ຍ 10,21%, ກວມ 6,19%, ຂອງລວມຍອດມູນຄ່າຜະລິດຕະພັນພາຍໃນເມືອງ 4.956 ໂດລາສະ ຫະລັດ.
Cr: ເກດສະໜາ ແກ້ວສຸວັນນະແສງ






