ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາພັກເມືອງ ລົງຕິດຕາມການສ້າງທາງເບຕົງເຂົ້າໂຮງໝໍນ້ອຍຈອມທອງ​

Feb 5, 2025

ໃນວັນທີ 4 ກຸມພາ 2025, ທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ ໄດ້ລົງຕິດຕາມການສ້າງທາງເບຕົງເຂົ້າໂຮງໝໍນ້ອຍຈອມທອງ​ ບ້ານ​ຈອມທອງ ​ເມືອງວຽງທອງ​ ແຂວງບໍລິຄຳໄຊ ມີພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ການສືບຕໍ່ກໍ່ສ້າງທາງເບຕົ່ງເຂົ້າໂຮງໝໍນ້ອຍຈອມທອງ ແມ່ນການປະກອບສ່ວນແຮງງານຂອງປະຊາຊົນ ຈຳນວນ 8 ບ້ານອ້ອມຂ້າງກຸ່ມຈອມທອງ, ທຶນຊື້ວັດຖຸອຸປະກອນແມ່ນທ່ານເຈົ້າແຂວງເປັນຜູ້ລະດົມທຶນປະກອບສ່ວນເງິນສົດ ຈຳນວນ 50.000.000 ກີບ, ​ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນໃຈກາງລະດົມທືນນຳບັນດາພາກສ່ວນບໍລິສັດປະກອບສ່ວນສີມັງ 20 ໂຕນ. ມູນຄ່າ 34.000.000 ກີບ,​ ເສັ້ນທາງມີຄວາມຍາວ 176 ແມັດ,​ ກວ້າງ ​5 ແມັດ ຄວາມໜາແມ່ນ 15 ​ຊັງຕີແມັດ.​
ພາບ-ຂ່າວ: ທອງວັນດີ