ນັກຮຽນ ແລະ ຄູ ຢູ່ໂຮງຮຽນ ມສ. ເມືອງຊືມ ໄດ້ຫໍພັກຫລັງໃໝ່

ໂຄງການກໍ່ສ້າງຫໍພັກຄູ ແລະ ນັກຮຽນ ມສ ເມືອງຊຶມ, ເມືອງແອດ ແຂວງຫົວພັນ ໄດ້ສໍາເລັດແລ້ວໂດຍແມ່ນການລະດົມທຶນຈາກ ສູນກາງແນວລາວສ້າງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຈາກຫຼາຍພາກສ່ວນ ລວມມູນຄ່າທັງໝົດ 666 ລ້ານກວ່າກີບ ຊຶ່ງປະ ກອບມີ 4 ກິດຈະກໍາຄື: ອາຄານຫໍພັກ 1 ຫຼັງ ຂະໜາດ 5×56 ແມັດ, ແບ່ງອອກເປັນ 4 ຫ້ອງ, ອາຄານຫ້ອງນໍ້າ 2 ຫຼັງ ປະກອບມີ 6 ຫ້ອງ, ເຮືອນຄົວ 1 ຫຼັງ ຂະໜາດ 5x7m ແລະ ອ່າງເກັບນໍ້າ 2 ອ່າງ, ເປັນອາຄານຖາວອນ. ໂຄງການດ່ັງກ່າວເລີ່ມກໍ່ສ້າງໃນປີ 2023 ແລະ ສໍາເລັດໃນປີ 2025
ພິທີມອບ – ຮັບດ່ັງກ່າວໄດ້ຈັດຂື້ນໃນ ວັນທີ 3 ກຸມພາຜ່ານມາ ໂດຍມີທ່ານ ນາງ ແສງເດືອນ ຫຼ້າຈັນທະບຸນ, ອະດີດລັດຖະມົນກະຊວງສຶກສາທິການ ແລະ ກິລາ, ທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
Cr: ພວງວັນ




