5 ປີ ກໍາລັງ ປກຊ-ປກສ ເມືອງປາກຊ່ອງ ມ້າງເປົ້າໝາຍຢາເສບຕິດໄດ້ 562 ເລື່ອງ

ທ່ານ ພັນໂທ ພຸດທະວົງ ແກ້ວວິໄລສັກ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງປາກຊ່ອງ ໄດ້ຕາງໜ້າໃຫ້ກຳລັງ ປກຊ – ປກສ ເມືອງ ໃຫ້ສຳ ພາດຕໍ່ສື່ມວນຊົນແຂວງຈໍາປາສັກ ເມື່ອງບໍ່ດົນມານີ້ວ່າ: ຕະຫຼອດ 5 ປີຜ່ານມາທັງ 2 ກໍາລັງໄດ້ນໍາພາ-ຊີ້ນໍາບັນຊາກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນຫຼາຍດ້ານໃຫ້ມີຜົນສໍາເລັດ ເປັນຕົ້ນ: ໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດ, ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈັດຕັ້ງຝຶກອົບຮົມຫັດແອບສີລະປະຍຸດ, ຍຸດທະວິທີ ຢ່າງເປັນລະບົບໃນທຸກໆປີ ເປັນຕົ້ນໄດ້ອົບຮົມວຽກງານປ້ອງກັນຊາດ ໃຫ້ເປົ້າໝາຍ 4, ໃຫ້ແກ່ກໍາລັງຢູ່ຂັ້ນເມືອງ, ກໍາລັງກອງຫຼອນ ແລະ ປກສ ບ້ານ ຕາມໂຄງການຂອງກະຊວງວາງອອກ, ເຮັດໃຫ້ກໍາລັງປະກອບອາວຸດໄດ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະ ພາບ ໄດ້ປັບປຸງກໍາລັງສໍາຮອງໜື່ງຂອງເມືອງ, ສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 10 ໜ່ວຍ 05 ປີ ຕິດຕໍ່ກັນ, ສ້າງບ້ານຕົວແບບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີໄດ້ 77 ບ້ານ, ບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລ່ຽນໄດ້ 03 ກຸ່ມ, ວຽກງານພະລາທິການໄດ້ຮັບການປັບປຸງດ້ວຍການທໍາການຜະລິດ,ປູກຝັງ, ລ້ຽງສັດ ສາມາດສ້າງລາຍຮັບເຂົ້າກົມກອງ.
ພ້ອມນີ້, ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມເຊັ່ນ: ການແກ້ໄຂບັນຫາຢາເສບຕິດ, ລັກຊັບ, ອຸບັດຕິຫດ ແລະ ອື່ນໆ. ໃນ 05 ປີ ຜ່ານມາສາມາດມ້າງເປົ້າ ໝາຍຢາເສບຕິດໄດ້ 562 ເລື່ອງ, ໃນນັ້ນຄະດີອາຍາມີ 438 ເລື່ອງ, ມ້າງໄດ້ 235 ລາຍ, ສາມາດແກ້ໄຂເປົ້າໝາຍໄດ້ 1,516 ຄົນ, ທີ່ເປັນເງື່ອນໄຂເຮັດໃຫ້ເມືອງປາກຊ່ອງມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ທ່ານ ພັນໂທ ພຸດທະວົງ ແກ້ວວິໄລສັກ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນງານທີ່ກ່າວມານັ້ນກໍຍັງມີຂໍ້ຄົງຄ້າງຈໍານວນໜື່ງທີ່ຈະຕ້ອງໄດ້ເອົາໃຈ ໃສ່ແກ້ໄຂ ເປັນຕົ້ນ: ສືບຕໍ່ປັບປຸງ ແລະ ກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ເມືອງລົງຮອດຮາກຖານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ຫັດແອບສິລະປະຍຸດ-ຍຸດທະວິທີໃຫ້ມີຄວາມຊໍານານດ້ານວິຊາສະເພາະ ແລະ ແບບແຜນວິທີເຮັດວຽກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ. ຕັ້ງໜ້າເຮັດວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມິຄວາມເດັດຂາດ, ເຂັ້ມງວດ ເປັນຕົ້ນແມ່ນ: ຢາເສບຕິດ, ອຸບັດຕິ ເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ ທີ່ເປັນພຶດຕິກໍາລ່ວງລະເມີດຕໍ່ລະບຽບກົດໝາຍ.
ພາບ: ເກດສະໜາ
ຂ່າວ:ຈັນທະວີສັກ


