ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳກຳລັງຂຸ້ນຂ້ຽວກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ ເມືອງວຽງໄຊ

Feb 6, 2025

ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳກຳລັງຂຸ້ນຂ້ຽວກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ ເມືອງວຽງໄຊ
ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ຕັ້ງໜ້າປະຕິບັດໜ້າທີ່ສຳຫຼວດ ກວດ-ກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໃຫ້ໝົດຈາກຜືນແຜ່ນດິນລາວ ແນໃສ່ຮັບປະກັນເຮັດໃຫ້ການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ມີຄວາມສະດວກສະບາຍຫຼາຍຂຶ້ນ, ປັດຈຸບັນໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ເມືອງວຽງໄຊ ແຂວງຫົວພັນ ມີເນື້ອທີ່ທັ້ງໝົດ 6.700 ຕາແມັດ, ກວດກູ້ສຳເລັດແລ້ວ 3.800 ກວ່າຕາແມັດ ພົບລະເບີດ ຈໍຳນວນ 9 ລູກ, ສໍຳພາວຸດ 3 ລູກ, ບົມບີ້ບູລູ 26 ປະເພດ, ລະເບີດລູກຫວ່ານ 6 ລູກ.
ສະຫາຍ ພັນໂທ ພູວຽງ ວັນນະສອນ ຮອງຫົວໜ້າການທະຫານ ກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ຮັບຜິດຊອບດ້ານວິຊາການເກັບກູ້ລະເບີດຮ່ວມມື ລາວ-ຣັດເຊຍ ປະຈຳເມືອງວຽງໄຊ ແຂວງຫົວພັນ ໃຫ້ຮູ້ວ່າ: ປັດຈຸບັນທີມງານຂອງພວກເຮົາ ໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ໂຮງຮຽນ ມສ ວຽງໄຊ, ໂດຍໄດ້ລົງມືຈັດຕັ້ງປະຕິບັດກວດກູ້ແຕ່ວັນທີ 23 ມັງກອນ 2025 ເປັນຕົ້ນມາ, ເຊິ່ງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ຂັ້ນເທິງໄດ້ລົງເລິກໃກ້ສິດຕິດແທດ ແລະ ຕອບສະໜອງດ້ານອຸປະກອນການຮັບໃຊ້ຕ່າງໆ, ຕະຫຼອດຮອດອຳນາດການປົກ ຄອງ, ຄະນະອຳນວຍການຕະຫຼອດຮອດນ້ອງນ້ອຍນັກຮຽນໃຫ້ການຮ່ວມມືເປັນຢ່າງດີ. ສ່ວນຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ ສະຖານທີ່ດັ່ງກ່າວ ເປັນຂອບເຂດຖົມດິນ, ດິນແຂງ ຜ່ານການໂລມາກ່ອນ, ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຂຸດ ໃນນັ້ນຍັງພົບເສດສະເກັດ ແລະ ຊິ້ນສ່ວນລະເບີດເປັນຈຳນວນຫຼວງຫຼາຍ, ເຖິງຢ່າງໃດກໍ່ຕາມ ຄະ ນະຮັບຜິດຊອບດ້ານວິຊາການເກັບກູ້ລະເບີດຮ່ວມມື ລາວ-ຣັດເຊຍ ກໍ່ໄດ້ຂຸ້ນຂ້ຽວກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ເມືອງ ວຽງໄຊ ແຂວງຫົວພັນ ໃຫ້ສຳເລັດກ່ອນວັນທີ 8 ກຸມພາ 2025 ນີ້.
ປັດຈຸບັນ ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ຍັງສືບຕໍ່ສົ່ງຜົນກະທົບຢູ່ບໍລິເວນກວ້າງຂວາງຂອງປະເທດເຮົາເຊັ່ນ : ໃນປ່າດົງ, ທົ່ງໄຮ່ນາ, ບ້ານ, ໂຮງຮຽນ, ຖະໜົນຫົນທາງ ແລະ ເຂດທີ່ຢູ່ອາໃສ ຂອງປະຊາຊົນ ຢ່າງຫລວງຫລາຍ. ສະນັ້ນ ກອງກວດ-ກູ້ລະເບີດ ເພື່ອມະນຸດສະທຳ 58 ຜູ້ທີ່ປະຕິບັດໜ້າທີ່ຕົວຈິງ ໄດ້ສູ້ຊົນປະຕິບັດໜ້າ ທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນເຮັດໃຫ້ປະຊາຊົນໄດ້ຮັບຄວາມປອດໄພສູງທີ່ສຸດຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ.
Cr: ອາໄຊ