ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສະພາສູງ ແຫ່ງຣາຊະອານາຈັກກໍາປູເຈຍ ເດີນທາງເຖິງນະຄອນຫຼວງວຽງຈັນ

Feb 6, 2025

ປະທານສະພາສູງ ແຫ່ງຣາຊະອານາຈັກກໍາປູເຈຍ ເດີນທາງເຖິງນະຄອນຫຼວງວຽງຈັນ
ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ເຊນ ປະທານສະພາສູງ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງ ສະໜາມ ບິນສາກົນວັດໄຕ ນະຄອນຫຼວງວຽງຈັນ (ນວ) ໃນຕອນເຊົ້າວັນທີ 6 ກຸມພານີ້, ໂດຍມີ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບລາວ -ກຳປູເຈຍ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເພື່ອຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຊຶ່ງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ເຊນ ພ້ອມດ້ວຍຄະນະ ຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 6-7 ກຸມພາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກ ຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູເຈຍ.