ເມືອງອາດສະພັງທອງ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງອາດສະພັງທອງ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 6 ກຸມພາ 2025 ທີ່ສະໂມສອນຂອງເມືອງ ໂດຍການໃຫ້ກຽດເຂົ້າ ຮ່ວມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ.
ສະຫາຍ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງອາດສະພັງທອງ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງ ແລະ ຄົ້ນຄວ້າ ໃນບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຕໍ່ໜ້າ, ພ້ອມນີ້ ຈະໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາຜູ້ແທນ, ຜູ້ຕາງໜ້າໃຫ້ບັນດາອົງຄະນະພັກເມືອງອ້ອມຂ້າງທີ່ຖືກເຊີນ, ລວມທັງບັນດາຂະແໜງການອ້ອມຂ້າງເມືອງ ແລະ ຮາກຖານການຜະລິດຈໍານວນໜຶ່ງ ເຊິ່ງທັງໝົດນັ້ນມັນເປັນການສ່ອງແສງໃຫ້ເຫັນຄວາມສາມັກຄີເປັນ ເອກະພາບ, ທັງເປັນການຢັ້ງຢືນຄືນ ເຖິງໝາກຜົນດ້ານຕ່າງໆໃນການຈັດຕັ້ງ ແລະ ນໍາພາຂອງອົງຄະນະພັກເມືອງ ໃນຊຸມປີຜ່ານມາ.
ນອກນັ້ນຍັງຈະໄດ້ຮັບຟັງການສໍາຫຼວດນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງຊຸດທີ VIII, ຈາກນັ້ນ ບັນດາສະຫາຍຜູ້ແທນສົມບູນ ຍັງຈະໄດ້ໃຊ້ສິດປະຊາທິປະໄຕ ລົງຄະແນນສຽງປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອນໍາພາ-ຊີ້ນໍາ ເມືອງອາດສະພັງທອງ ຈາກກອງປະຊຸມຄັ້ງນີ້ ເຖິງກອງປະຊຸມໃຫຍ່ຄັ້ງໜ້າ
ຈາກນັ້ນ ສະຫາຍ ສົມພິດ ພຸດທະວົງ ຮອງເລຂາພັກມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ ໄດ້ຜ່ານບົດລາຍງານການເມືອງພາກ I ແລະ ພາກ II ໂດຍໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີຜ່ານມາ ຄະນະບໍລິຫານງານພັກເມືອງ ໄດ້ພ້ອມກັນດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄດ້ 10 ຄັ້ງ ແຕ່ລະຄັ້ງແມ່ນໄດ້ນໍາເອົາບັນຫາອັນສໍາຄັນທີ່ເປັນວຽກຈຸດສຸມຂອງເມືອງໃນແຕ່ລະໄລຍະ ໂດຍຕິດພັນກັບການຕິດຕາມກວດກາການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂົງເຂດວຽກງານ, ໄດ້ນໍາພາບັນດາອົງການຈັດຕັ້ງ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂອງພັກ ແລະ ຂົງເຂດ ປກຊ-ປກສ ເມືອງ ເພື່ອຕີລາຄາຄືນຜົນສໍາເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ແລະ ກວດກາຄືນ ບັນດາທິດທາງແຜນການ, ຕົວເລກຄາດໝາຍສູ້ຊົນໃນແຕ່ລະດ້ານ ໃຫ້ສອດຄ່ອງກັບສະພາບຕົວຈິງ.
ໃນ 5 ປີຜ່ານມາພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະບໍລິ ຫານງານພັກເມືອງໄດ້ສຸມໃສ່ນໍາໃຊ້ທ່າແຮງບົ່ມຊ້ອມ ແລະ ລະດົມກຳລັງແຮງຈາກທຸກພາກສ່ວນຂອງສັງຄົມເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກ ຂອງປະຊາຊົນທາງດ້ານເສດ ຖະກິດການເງິນ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ອັນພົ້ນເດັ່ນແມ່ນ ຈັງຫວະການເຕີບໂຕ ຂອງເສດຖະກິດມີລັກສະນະຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດ ຕະພັນປີ 2024 ປະຕິບັດ ໄດ້ 1,311 ຕື້ກວ່າກີບ ສະເລ່ຍຕໍ່ພົນລະເມືອງ ບັນລຸໄດ້ 25, 487,268 ກີບຕໍ່ຄົນ ຫຼື ເທົ່າກັບ 1,159 ໂດລາສະຫະລັດ (ລື່ນຄາດໝາຍທີ່ວາງໄວ້ ).
ການຜະລິດກະສິກຳເພື່ອກາຍເປັນສິນຄ້າ: ທົ່ວເມືອງມີເນື້ອ ທີ່ປູກພືດສໍາຮອງສະສົມທັງໝົດ 7,704 ເຮັກຕາ, ຜົນຜະລິດພືດຜັກໄດ້ປະມານ 11,505.6 ໂຕນ/ປີ, ທຽບໃສ່ຄວາມຕ້ອງ ການບໍລິໂພກຂອງປະຊາກອນພາຍໃນເມືອງ ປະມານ 4,082 ໂຕນ/ປີ, ປູກໄມ້ກິນໝາກຈໍານວນ 15.36 ເຮັກຕາ, ສະເລ່ຍສາມາດຜະລິດສະບຽງອາຫານປະເພດໝາກໄມ້ໄດ້ 19 ໂຕນ/ປີ, ມີສັດລ້ຽງທີ່ສາມາດສະໜອງທາດຊີ້ນໄດ້ຈໍານວນ 2,282 ໂຕນ, ຖ້າທຽບໃສ່ຄວາມຕ້ອງການດ້ານ ໂພຊະນາການຂອງຈໍານວນປະຊາກອນ ເຫັນວ່າມີຊີ້ນເຫຼືອກິນຈໍານວນ 1,772 ໂຕນ, ຜະລິດປາໄດ້ທັງໝົດສະເລ່ຍ 1,427 ໂຕນ/ປີ, ຜະລິດໄຂ່ໄດ້ສະເລ່ຍ 19 ໂຕນ/ປີ, ເຫັນວ່າສະບຽງອາຫານປະເພດ (ໄຂ່) ຍັງບໍ່ທັນພຽງພໍອີກຈໍານວນ 388 ໂຕນ/ປີ.
ການລ້ຽງສັດ ແລະ ການປະມົງ ມາຮອດປັດຈຸບັນທົ່ວເມືອງ ມີສັດລ້ຽງປະເພດຄວາຍທັງໝົດ 9,741 ໂຕ ທຽບໃສ່ປີ 2019 ເພີ່ມຂຶ້ນ 15.82%, ສັດລ້ຽງປະເພດງົວ ມີ 34,009 ໂຕ, ອັດຕາການເພີ່ມຂຶ້ນກວມ 21,09%, ໝູ 8,568 ໂຕ ອັດຕາການເພີ່ມຂຶ້ນ 32,34%, ແບ້ 14,671 ໂຕ ອັດຕາການເພີ່ມຂຶ້ນ 34,84%, ສັດປີກ 149,191 ໂຕ ອັດຕາການເພີ່ມຂຶ້ນ 59.35%.
ກອງປະຊຸມຄັ້ງນີ້ ຜູ້ແທນສົມບູນ ຍັງຈະໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງອາດສະພັງທອງຊຸດໃໝ່ ເພື່ອນໍາພາ-ຊີ້ນໍາການພັດທະນາເສດຖະກິດຂອງເມືອງໃນ 5 ປີຕໍ່ໜ້າ.
Cr: ໂທລະພາບແຂວງສະຫວັນນະເຂດ





