ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີກຽກກິດສະຖານ

ຕອນເຊົ້າວັນທີ 5 ກຸມພານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານຊາເດີ ນູໂກໂຈເອວິກ ຈາພາຣົຟ ປະທານາທິບໍດີກຽກກິດສະຖານທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.
ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງຈີນ-ກຽກກິດສະຖານໄດ້ມີການຂະຫຍາຍຕົວແບບກ້າວກະໂດດ, ໄດ້ບັນລຸເຖິງລະດັບໃໝ່ແຫ່ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນຍຸກໃໝ່. ຈີນຍິນ ດີລົງເລິກການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາກັບກຽກກິດສະຖານ, ເປີດກວ້າງການແລກປ່ຽນບົດຮຽນດ້ານການປົກຄອງປະເທດ ແລະ ບໍລິຫານການເມືອງ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງຮອບດ້ານ, ເຮັດແທ້ທຳຈິງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຽກກິດສະຖານໃຫ້ດີກວ່າເກົ່າ.
ທ່ານຈາພາຣົຟກ່າວວ່າ: ກຽກກິດສະຖານຍິນດີຖອນຖອດບົດຮຽນທີ່ມີຜົນສຳເລັດນຳຈີນ, ຮ່ວມກັບຈີນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳກຽກກິດສະຖານ-ຈີນໃຫ້ໄດ້ຮັບຜົນງານຫຼາຍກວ່າເກົ່າ, ຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ດ້ວຍຄຸນນະພາບສູງ, ສ້າງເສັ້ນທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານໃຫ້ດີ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ອຸດສາຫະກຳ ການລົງທຶນ ແລະອື່ນໆ.
Cr: CMG




