ເປີດວາງສະແດງສິນຄ້າລາວ ແລະ ຜະລິດຕະພັນຫັດຖະກຳລາວ

ພິທີເປີດງານວາງສະແດງຜະລິດຕະພັນ ຫັດຖະກຳລາວ ແລະ ສິນຄ້າລາວ ຢູ່ສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 5 ກຸມພາ 2025 ໂດຍການເປັນປະ ທານຂອງ ທ່ານ ນາງ ອານິດ ສີວິໄຊ ປະທານບໍລິສັດ ທະເວວ ພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ, ມີຜູ້ຕາງໜ້າຈາກອົງການໄຈກາ, ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ, ແຂວງວຽງຈັນ, ສະມາຄົມຫັດຖະກໍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ອານິດ ສີວິໄຊ ໄດ້ໃຫ້ຮູ້ວ່າ: ການວາງສະແດງຜະ ລິດຕະພັນ ຫັດຖະ ກຳລາວ ແລະ ສິນ ຄ້າລາວ ໃນຄັ້ງນີ້, ເພື່ອສົ່ງເສີມ ແລະ ສະໜັບສະໜູນສີໄມ້ລາຍມື ທ້ອງຖິ່ນຂອງປະເທດລາວ ໂດຍການນໍາສະເໜີຄຸນຄ່າ ແລະ ເອກະລັກຂອງວັດທະນະ ທໍາລາວ ໃນລະດັບສາກົນ. ພ້ອມທັງ, ເປີດໂອກາດດ້ານການຕະຫລາດ ໃຫ້ແກ່ຜູ້ຜະລິດຢູ່ທ້ອງ ຖິ່ນຂອງລາວ, ທັງເປັນການ ຊ່ວຍສະໜັບສະໜູນເສດຖະກິດທ້ອງຖິ່ນ, ຊ່ວຍຍົກລະດັບຊີ ວິດການເປັນຢູ່ຂອງຜູ້ທີ່ສ້າງສັນຜົນງານສິລະປະອັນສວຍງາມທາງດ້ານຫັດຖະກຳ ທີ່ເປັນເອກະ ລັກຂອງລາວ.
ສິນຄ້າທີ່ວາງສະແດງ ແລະ ຈຳໜ່າຍປະກອບມີ: ກະເປົາຫວາຍ, ສິ້ນ, ແຜນຜ້າ, ເຄື່ອງຕົບແຕ່ງເຮືອນ, ລວມເຖິງ ຖ້ວຍ, ບ່ວງ ທີ່ເຮັດຈາກໄມ້, ໂຕະ, ຕັ່ງ ແລະ ອື່ນໆ ທີ່ມາຈາກຫຼາຍທ້ອງືຖິ່ນທີ່ເປັນເອກະລັກຂອງລາວ ຈຳໜ່າຍຢູ່ທີ່ສະໜາມສາກົນວັດໄຕ ຊັ້ນ 3 ເລີ່ມແຕ່ວັນທີ 27 ມັງກອນ ຈົນຮອດວັນທີ 21 ເມສາ ປີ 2025.
ເຊີນຊວນແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຫລື ຈະເດີນທາງໄປຍັງປະເທດຕ່າງໆ ສາມາດເຂົ້າມາເລາະຊົມ ເລາະຊື້ເພື່ອເປັນເຄື່ອງຕ້ອງຂອງຝາກໄດ້.





