ສະຫລຸບວຽກງານ ຖວທ ປະຈໍາປີ 2024
ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ເປັນປະທານກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 6-7 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ.

ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງພາວະວິໄສ, ກົງໄປກົງມາ ເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າ ໄປຄຽງຄູ່ກັບການຕີຖອຍດ້ານອ່ອນ, ຂໍ້ຄົງຄ້າງ, ຊອກຫາສາເຫດ ທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃຫ້ມີຄວາມສອດຄ່ອງ, ເໝາະສົມກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນ 1 ປີຜ່ານມາ ແລະ ມາດຕະການຈະຈັດຕັ້ງປະຕິ ບັດໃນຕໍ່ໜ້າ ແນໃສ່ໃຫ້ການ ພັດທະນາວຽກງານ ຖວທ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຍາດໄດ້ຜົນງານອັນໃຫຍ່ຫລວງກວ່າເກົ່າໃນຕໍ່ໜ້າ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມຮັບຜິດຊອບສູງປະກອບສ່ວນເຂົ້າໃນການນໍາພາ-ຊີ້ນຳວຽກງານ ຖວທ ຢ່າງໃກ້ຊິດ ຕິດແທດ ເຊິ່ງສະແດງອອກໃນການເອົາໃຈໃສ່ກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນ ຢ່າງຖືກ ຕ້ອງສອດຄ່ອງ; ພະນັກງານ-ລັດຖະກອນ ທົ່ວຂະແໜງ ຖວທ ໄດ້ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ການເມືອງໜ້າທີ່ວິຊາສະເພາະຂອງຕົນ.
ໃນນີ້,ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫລວງ ໄດ້ເປັນເຈົ້າການ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງສາມາດເຮັດໜ້າທີ່ເປັນເສນາທິ ການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ເຮັດໃຫ້ວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຜົນສຳເລັດຫລາຍດ້ານ ທັງປະລິມານ ແລະ ຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ ແລະ ອື່ນໆ.
ຢ່າງໃດກໍຕາມ, ຄຽງຄູ່ກັບຜົນງານດ້ານຕັ້ງໜ້າດັ່ງກ່າວນັ້ນ, ວຽກງານງານ ຖວທ ຍັງມີບາງຂໍ້ຄົງຄ້າງຕໍ່ການພັດ ທະນາວຽກງານ ຖວທ ໃນທາງກົງ ແລະ ທາງອ້ອມ ທີ່ຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ໃຫ້ຮູ້ວ່າ: ໃນປີ 2024 ສື່ເອເລັກໂຕນິກ ໄດ້ຜະລິດ ແລະ ອອກຂ່າວ 25.884 ເທື່ອ, ຂ່າວພາສາຊົນເຜົ່າ 7.416 ຂ່າວ, ສື່ສິ່ງພິມພາສາຕ່າງປະເທດ 3.924 ຂ່າວ ແລະ ຂ່າວອອນລາຍ 5.712 ຄັ້ງ, ພາສາລາວ 4.624 ຂ່າວ, ຖ່າຍຮູບ 51.240 ຮູບ, ພາສາອັງກິດ 3.364 ຂ່າວ, ເຜີຍແຜ່ຜ່ານເຟສບຸກ 3.664.249 ຄລິບ ແລະ ສົ່ງຜ່ານມືຖື 1.026 ຂ່າວ; ສໍາເລັດຄາດໝາຍຕົ້ນຕໍຂອງວຽກງານຖະແຫລງຂ່າວ-ສື່ມວນຊົນຄື: ໂທລະໂຄ່ງໄລຍະ II ຈໍານວນ 1.000 ຊຸດ, ໄດ້ຮັບການຊ່ວຍເຫລືອ 130 ຊຸດ, ປະຕິ ບັດແລ້ວ 1.097 ຊຸດ; ສໍາຫລວດຂໍ້ມູນ ເພື່ອສ້າງ ແລະ ຕິດຕັ້ງສະຖານນີ FM ສຳເລັດ 11 ເມືອງ; ມອບ-ຮັບ ແລະ ຕິດຕາມການປັບປຸງສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ແລະ ຫົວພັນ. ປັດຈຸບັນ ມີສື່ສິ່ງພິມ 116 ສະບັບ, ວິທະຍຸ 168 ສະຖານີ, ໂທລະພາບ 49 ສະຖານີ, ໜ້າຂ່າວອອນລາຍ 86 ໜ້າ ແລະ ໂທລະໂຄ່ງ 7.725 ຊຸດ.




