ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນ​ກຸດ​ຈີນປີ​ທຳ​ອິດ ຫຼັງຈາກ​ຖືກ​ຈັດ​ເຂົ້າ​ໃນບັນ​ຊີ​ລາຍ​ຊື່ມໍລະດົກວັດທະນະທໍານາມມະທໍາໂລກ ໄດ້ສ້າງເງື່ອນໄຂໃໝ່​ທີ່​ດີ​ໃຫ້​ແກ່ການພັດທະນາ​ເສດ​ຖະ​ກິດ​ ປີ​ມະ​ເສັງ​ ຂອງ​ຈີນ

Feb 6, 2025

ບຸນ​ກຸດ​ຈີນປີ​ທຳ​ອິດ ຫຼັງຈາກ​ຖືກ​ຈັດ​ເຂົ້າ​ໃນບັນ​ຊີ​ລາຍ​ຊື່ມໍລະດົກວັດທະນະທໍານາມມະທໍາໂລກ ໄດ້ສ້າງເງື່ອນໄຂໃໝ່​ທີ່​ດີ​ໃຫ້​ແກ່ການພັດທະນາ​ເສດ​ຖະ​ກິດ​ ປີ​ມະ​ເສັງ​ ຂອງ​ຈີນ
ບຸນ​ກຸດ​ຈີນ​ປີ​ນີ້​ ເປັນ​ປີ​ທຳ​ອິດຫຼັງ​ຈາກ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍລະດົກວັດທະນະທໍານາມມະທໍາໂລກ, ຄວາມ​ກະ​ຕື​ລື​ລົ້ນ​ດ້ານ​ການ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ຈີນໄດ້​ເປັ່ງ​ອອກ​ມາ​ແບບ​ລວມ​ສູນ. ໃບ​ສັ່ງ​ຊື້ສິນ​ຄ້າ​ພາຍ​ໃຕ້​ຫົວ​ຂໍ້ “ມໍ​ລະ​ດົກ​​ວັດ​ທະ​ນະ​ທຳນາມ​ມະ​ທຳ” ຢູ່​ບາງເວັ​ບ​ໄຊ ຫຼື ແອັບທາງ​ອິນ​ເຕີ​ເນັດ​ໄດ້​ເພີ່ມ​ຂຶ້ນ 12 ເທົ່າ​ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ, ພາ​ເຂົ້າ​ສາ​ມັກ​ຄີ​ໃນ​ຕອນ​ຄ່ຳ​ມື້​ສົ່ງ​ທ້າຍ​ປີ​ເກົ່າ​ຢູ່​ຮ້ານ​ອາ​ຫານ​ຈຳ​ນວນ​ໜຶ່ງແມ່ນ​ຈອງ​ຍາກ​ທີ່​ສຸດ; ຜູ້​ເດີນ​ທາງ​ພາຍ​ໃນ​ປະ​ເທດ​ຈີນ​ ມີ​ເຖິງ 501 ລ້ານ​ເທື່ອ​ຄົນ ແລະ ຄ່າ​ໃຊ້​ຈ່າຍ​ມີ​ເຖິງ 677 ຕື້ 2 ລ້ານຢວນ, ​ຕ່າງ​ໄດ້ເພີ່ມ​ຂຶ້ນ 5,9% ແລະ 7,0% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ຕາມ​ລຳ​ດັບ; ພາກ​ສ່ວນກວດ​ກາ​​ຄົນ​ເຂົ້າ-​ອອກ​ເມືອງ ໄດ້​​ກວດ​ຄົນເຂົ້າ​-ອອກ​ເມືອງ​​ທັງຊາວ​ຈີນ ແລະ ຊາວ​ຕ່າງ​ປະ​ເທດ​ເຖິງ 14.366.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 6,3%; ຍອດ​ມູນ​ຄ່າການ​ຈຳ​ໜ່າຍ​ປີ້​ຮູບ​ເງົາ ແລະ ຜູ້​ຊົມ​ຮູບ​ເງົາ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດໃນປະຫວັດສາດ, ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ປີ້​ຮູບ​ເງົາ​ຂອງ​ຕະຫຼາດ​ຮູບ​ເງົາ​ຈີນ​ໄດ້​ລື່ນ​ກາຍ​ອາ​ເມ​ຣິ​ກາ​ເໜືອ ​ແລະ ຂຶ້ນ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ຕະຫຼາດ​ການ​ບໍ​ລິ​ໂພກ​ໃນໄລ​ຍະ​ບຸນ​ກຸດ​ຈີນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຄຶກ​ຄື້ນ ໄດ້​ສ້າງເງື່ອນໄຂ​ທີ່​ດີ​ໃຫ້​ແກ່​ການພັດທະນາເສດ​ຖະ​ກິດ​ປີ​ມະ​ເສັງ​ຂອງ​ຈີນ.
ການ​ເລີ່ມ​ຕົ້ນ​ທີ່​ດີ​ຂອງ​ການ​ບໍ​ລິ​ໂພກໃນ​ໄລ​ຍະ​ບຸນ​ກຸດ​ຈີນ ເຮັດ​ໃຫ້​ຄົນທັງຫຼາຍ​​ໄດ້​ຮັບ​ຮູ້​ເຖິງ​ຈັງ​ຫວະ​ການພັດທະນາ​ເສດ​ຖະ​ກິດ​ຂອງຈີນ. ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ ໄດ້​ປັບ​ຂຶ້ນ​ການ​ຄາດ​ຄ​ະ​ເນ​ ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ ໃນ​ປີ 2025 ແລະ ປີ 2026. ໃນຫຼາຍ​ມື້​​ຜ່ານ​ມາ, ບັນດາບໍ​ລິ​ສັດ​ທຶນ​ຕ່າງ​ປະ​ເທດ​ ເຊັ່ນ: ບໍ​ລິ​ສັດຊາ​ໂນ​ຟີ ຂອງ​ຝຣັ່ງ, ​ບໍ​ລິ​ສັດ​ຟອກ​ສະ​ເວ​ເກີນ​ຂອງ​ເຢຍ​ລະ​ມັນ ແລະອື່ນໆ​ ໄດ້​ພາກັນ​ເພີ່ມ​ການ​ລົງ​ທຶນ​ຢູ່​ຈີນ, ອົງ​ການ​ທຶນ​ຕ່າງ​ປະ​ເທດຫຼາຍ​ແຫ່ງ, ໃນນີ້ ​ລວມ​ທັງ​ທະ​ນາ​ຄານ​ຮົງ​ກົງ​-ຊຽງ​ໄຮ້​ ໄດ້​ປະ​ກາດ ການ​ຄາດ​ຄະ​ເນ​ການ​ລົງ​ທຶນ​ທົ່ວ​ໂລກ ປີ 2025 ແລະ ສືບ​ຕໍ່​ຕີລາຄາໄປໃນ​ດ້ານດີ​ຕໍ່​ຕະຫຼາດ​ຂອງ​ຈີນ.
ການ​ວາງ​ແຜນ​ພັດ​ທະ​ນາ​ປະ​ຈຳ​ປີ​ ແມ່ນ​ຢູ່​ກັບ​ລະ​ດູ​ໃບ​ໄມ້​ປົ່ງ. ໂດຍ​ຜ່ານ​ບຸນ​ກຸດ​ຈີນ, ຊາວ​ໂລກ​ໄດ້​ເຫັນ​ປະ​ເທດ​ຈີນ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ກວມ​ລວມກວ່າ​ເກົ່າ, ເຫັນ​ພະ​ລັງ​ຊີ​ວິດ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ເສດ​ຖະ​ກິດ​ຈີນ. ຄຽງ​ຄູ່​ກັບ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ຕື່ມ​ອີກ ແລະ​ ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ, ຈີນ​ ຈະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດຂອງຕົນນັບມື້​ຟື້ນ​ຕົວ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ພັດ​ທະ​ນາ​ຕົນ​ເອງ, ນຳ​ເອົາ​ຜົນ​ປະ​ໂຫໂຫຍດມາສູ່ໂລກ ດ້ວຍ​ຄວາມ​ໝັ້ນ​ໜຽວ ແລະ ນັບມື້ຫຼາຍຂຶ້ນກວ່າ​ເກົ່າ.