ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວ 6,05%

Feb 6, 2025

ປີຜ່ານມາ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວ 6,05%
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດວຽກ ງານ ໃນປີ 2024 ໂດຍສະເພາະ ດ້ານການເຕີບໂຕເສດຖະ ກິດຂອງ ແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 6,05%; ລວມຍອດ ຜະລິດຕະພັນ ບັນລຸໄດ້ 24.452 ຕື້ກີບ; ລາຍຮັບສະເລ່ຍຕໍ່ຫົວຄົນບັຍລຸ 53 ລ້ານກີບຕໍ່ຄົນ ຫລື ເທົ່າກັບ 2.469 ໂດລາສະຫະ ລັດ.
ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມາຍ ແມ່ນເກີນແຜນ 4 ປີຕໍ່ເນື່ອງ ແລະ ມີການເພີ່ມຂຶ້ນ, ສະເພາະປີ 2024 ແຂວງ ໄດ້ຮັບມອບໝາຍ ທັງລາຍຮັບສູນກາງ ແລະ ລາຍຮັບທ້ອງຖິ່ນ ມີ 2.417 ຕື້ກີບ ແລະ ສູນກາງໄດ້ດັດແກ້ຕົວເລກ 6 ເດືອນທ້າຍປີ ຕື່ມ ມາເປັນ 2.434 ຕື້ກວ່າກີບ.
ຜ່ານການຈັດຕັ້ງປະຕິบัดจัด เทิบได้ທັງໝົດ 4.145 ຕື້ກວ່າກີບ ເທົ່າກັບ 170,25% ຂອງ ແຜນການ ແລະ ໄດ້ດຸນດ່ຽງໃຫ້ສູນກາງຕາມແຜນປີ 2024 ສໍາເລັດ 100%.
ດ້ານລາຍຈ່າຍ ໄດ້ປະຕິບັດຕາມແຜນລາຍຈ່າຍຂອງລັດຖະ ບານມອບໃຫ້, ສິ່ງສໍາຄັນແມ່ນບໍ່ໄດ້ສ້າງໜີ້ ມີແຕ່ສຸມໃສ່ແກ້ໄຂໜີ້ສິນທີ່ຍັງຄ້າງໃນປີຜ່ານມາ.