ໃນວັນທີ 6 ກຸມພາ 2025 ນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ເພື່ອຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 6-7 ກຸມພາ 2025, ຕາມຄຳເຊື້ອເຊີນຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງ ຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບ ອຸ່ນ ແລະ ສົມກຽດ ທີ່ສະໜາມບິນສາກົນວັດໄຕ, ນະຄອນ ຫລວງວຽງຈັນ.
ການຢ້ຽມຢາມ ສປປ ລາວ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້, ເປັນການນໍາເອົາໄມຕີຈິດມິດ ຕະພາບ ແລະ ຄວາມສາມັກຄີຮັກແພງຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງທີ່ດີງາມ ມາສູ່ປະຊາຊົນລາວ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ໂອກາດນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ໄດ້ໄປວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ນຳພາໂດຍ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດລາວ ແລະ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດຄະນະ. ຈາກນັ້ນ, ໄດ້ເຂົ້າ ຮ່ວມພິທີຕ້ອນຮັບຢ່າງເປັນທາງການ ໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ຢູ່ຫໍສະພາແຫ່ງຊາດ.
ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ແລະ ທ່ານ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ດຳເນີນການພົບປະເປັນທາງການ ທີ່ຫໍສະພາແຫ່ງຊາດ ເພື່ອພ້ອມກັນທົບທວນ ຄືນການພົວພັນຮ່ວມມືສອງຝ່າຍ, ພ້ອມທັງກໍານົດທິດທາງການ ຮ່ວມມືໃນຕໍ່ໜ້າ ແລະ ແລກປ່ຽນບັນດາບາງທັດສະນະ ທັງພາກ ພື້ນ ແລະ ສາກົນ. ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການເປັນຄັ້ງທຳອິດ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ໃນນາມທີ່ເປັນປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນ ດາຜົນສຳເລັດອັນໃຫຍ່ຫລວງໃນຫລາຍດ້ານ ທີ່ປະຊາຊົນກໍາປູ ເຈຍ ຍາດມາໄດ້ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ຣາຊະອານາຈັກກໍາປູເຈຍ ມີສະຖຽນລະພາບດ້ານການ ເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ ຮັບການປົວ ແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຂອງກໍາປູ ເຈຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາ ກົນ.
ໂອກາດນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດ ພາຍຫລັງໄດ້ຮັບການເລືອກຕັ້ງເປັນປະ ທານສະພາສູງ ແຫ່ງ ຣາຊະອາະອານາຈັກກຳປູເຈຍ ໃນປີ 2024, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄື ລະ ຫວ່າງສອງອົງການິຕິບັນຍັດ ກຳປູເຈຍ-ລາວ ທີ່ໄດ້ຮັບການເສີມ ຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງສຸດ ແລະ ຂັ້ນຕ່າງໆນຳກັນຢ່າງເປັນປົກກະຕິ; ບັນ ດາຂະແໜງການຕ່າງໆຂອງສອງປະເທດ ກໍມີການພົວພັນຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍລົງນາມສັນຍາ, ບົດບັນທຶກ ແລະ ນິຕິກໍາຕ່າງໆຮ່ວມກັນ ທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ -ການລົງທຶນ, ພະລັງງານ, ການສຶກສາ-ກິລາ, ການທ່ອງທ່ຽວ ແລະ ອື່ນໆ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີງາມ, ສະ ໜິດສະໜົມ ລະຫວ່າງສອງປະເທດ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດ ໂດຍໄດ້ພ້ອມກັນຈັດຕັ້ງຜັນ ຂະຫຍາຍ ເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທີ່ສອງອົງການນິຕິບັນຍັດ ລາວ-ກຳປູ ເຈຍ ໄດ້ລົງ ນາມຮ່ວມກັນ ເປັນຕົ້ນ ແມ່ນການແລກປ່ຽນຢ້ຽມຢາມຂອງການນຳຂັ້ນຕ່າງໆ ທີ່ຕິດພັນກັບການແລກປ່ຽນບົດຮຽນ ປະສົບການທີ່ດີໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ; ສອງຝ່າຍໄດ້ສົ່ງສານອວຍພອນ, ສານຊົມເຊີຍ ແລະ ສານຂອບໃຈ ເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດສຳຄັນຕ່າງໆຢ່າງເປັນປົກກະຕິ; ພ້ອມ ທັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະ ສະພາພາກພື້ນ ແລະ ສາກົນ ເປັນຕົ້ນ ເວທີກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ແລະ ອື່ນໆ.
ໃນການຢ້ຽມ ສປປ ລາວ ຢ່າງເປັນທາງການຄັ້ງນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ຍັງພົບປະກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຮ່ວມກັບ ທ່ານ ໄຊສົມພອນ ພົມວິຫານ ປູກຕົ້ນໄມ້ຢູ່ທີ່ຂ້າງອາຄານຫໍສະພາແຫ່ງຊາດລາວ, ເຂົ້າຮ່ວມພິທີບາສີສູ່ ຂວັນ ແລະ ງານລ້ຽງຕ້ອນຮັບ ຈັດໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ.






