ຕອນເຊົ້າວັນທີ 6 ກຸມພານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ທີ່ມາຢ້ຽມຢາມຈີນຢ່າງເປັນທາງການ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປີນີ້ແມ່ນປີທີ່ຈີນ-ໄທສ້າງສາຍພົວພັນທາງການທູດ ຄົບຮອບ 50 ປີ ກໍຄື “50 ປີສີຄຳແຫ່ງມິດຕະພາບ ຈີນ-ໄທ”, ສອງຝ່າຍຕ້ອງສືບທອດອະດີດແລະບຸກເບີກອະນາຄົດ,ເກາະແຂນກັນກ້າວໄປຂ້າງໜ້າ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທ ໃຫ້ໄດ້ຮັບຜົນງານທີ່ແທ້ຈິງແລະລົງສູ່ລວງເລິກ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ ແລະ ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ພາກພື້ນ ແລະ ໂລກ.
ທ່ານ ນາງ ແພທອງທານ ຊິນນະວັດ ກ່າວວ່າ: ໄທລໍຖ້າຮ່ວມກັບຝ່າຍຈີນ,ເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ຮັດແໜ້ນການຮ່ວມມືໃນຂົງເຂດການເຊື່ອມໂຍງເຊື່ອມຈອດກັນ,ເສດຖະກິດການຄ້າ, ກະສິກຳແລະຂົງເຂດອື່ນໆ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳແລະການເຊື່ອມໂຍງດ້ານຈິດໃຈລະຫວ່າງປະຊາຊົນສອງຊາດ, ເປີດ 50 ປີໃໝ່ທີ່ມີສັນຕິພາບຮ່ວມກັນແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ໄທຍິນດີຮ່ວມກັບຈີນແລະປະເທດບ້ານໃກ້ເຮືອນຄຽງອື່ນໆ ເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍ,ນຳໃຊ້ມາດຕະການທີ່ເດັດດ່ຽວແລະມີປະສິດທິຜົນ ເພື່ອຕ້ານການກະທຳທີ່ເປັນການກໍ່ອາຊະຍາກຳຂ້າມຊາດຕ່າງໆ ເຊັ່ນ: ການຫຼອກລວງຜ່ານທາງໂທລະຄົມ, ການພະນັນຜ່ານທາງອອນລາຍ ແລະ ອື່ນໆ.
Cr: CMG




