ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​-ອອກຜ່ານດ່ານບໍ່ຫານເຂດຊາຍ​ແດ​ນ​ຈີນ-ລາວ​ 27.000 ກວ່າ​ເທື່ອ​ຄົນໃນ​ໄລ​ຍະກຸດ​ຈີນ

Feb 6, 2025

ອີງ​ຕາມ​ດ່ານກວດ​ກາ​ຄົນ​ເຂົ້າ​ອອກ​ເມືອງ​ບໍ່​ຫານ​ຈີນ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 5 ກຸມ​ພາ​ນີ້​ວ່າ: ໃນ​ໄລ​ຍະ​ວັນ​ພັກ​ບຸນ​ກຸດ​ຈີນ​​ປີ 2025 (ຄື​ລະ​ຫວ່າງວັນ​ທີ 28 ມັງ​ກອນ​ຫາ​ວັນ​ທີ 4 ກຸມ​ພາ​ປີ​ນີ້), ດ່ານ​ບໍ່​ຫານ​ຢູ່​ເຂດ​ຊາຍ​ແດນ​ ລະ​ຫວ່າງ​ຈີນ-ລາວ(ລວມ​ທັງ​ດ່ານ​ທາງ​ຫຫຼວງແລະ​ດ່ານ​ທາງ​ລົດ​ໄຟ) ​ນັບ​ລວມ​ແລ້ວ​ໄດ້​ກວດ​ກາ​ໃຫ້​ຜ່ານ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວ​ສັນ​ຊາດ​ຕ່າງ​ປະ​ເທດ​​ເຂົ້າ​ອອກ​​​​ແດນ​ປະ​ເທດ​ຈີນ​ທີ່​ມາ​ຈາກ 47 ປະ​ເທດ​ແລະ​ເຂດ​ແຄວ້ນ​ຈຳ​ນວນ 27.000 ກວ່າ​ເທື່ອ​ຄົນ,ເພີ່ມ​ຂຶ້ນ 110% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ອີງ​ຕາມສະ​ຖິ​ຕິ​ຈາກດ່ານກວດ​ກາ​ຄົນ​ເຂົ້າ​ອອກ​ເມືອງ​ບໍ່​ຫານ​ຂອງ​ແຂວງ​ຢຸນ​ນານ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​​ຈຳ​ນວນນັກ​ທ່ອງ​ທ່ຽວ​ສັນ​ຊາດ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ອອກ​​ແດນ​ປະ​ເທດ​ຈີນ​ຜຜ່ານດ່ານ​ບໍ່​ຫານໃນ​ໄລ​ຍະ​ວັນ​ພັກ​ບຸນ​ກຸດ​ຈີນ, ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​​ເມືອງ​ໂດຍ​ຍົກ​ເວັ້ນ​​ວີ​ຊາ​ກວມ​ຫຼາຍກວ່າ 97%, ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ເມືອງ​ດ້ວຍ​ຈຸດ​ປະ​ສົງ​ການ​ທ່ອງ​ທ່ຽວ​ແລະ​ຢາມ​ພີ່​ນ້ອງ​ເພື່ອນ​ມິດກວມ​ຫຼາຍກວ່າ 80%, ​ປະ​ເທດ​ທີ່​ມີ​ຄົນ​ເຂົ້າ​ແດ​ນ​ປະ​ເທດ​ຈີນ​​ຫຼາຍ​ທີ່​ສຸດ​ແມ່ນ​ລາວ,ໄທ,ມາ​ເລ​ເຊຍ,ອາ​ເມ​ຣິ​ກາ,ຝ​ຣັ່ງ​ແລະ​ເຢຍ​ລະ​ມັນ​ຕາມ​ລຳ​ດັບ.
Cr: CMG
May be an image of 9 people, suitcase and text