ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃຫ້ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ຮູ້ວ່າ: ເຫດໄຟໄໝ້ຮ້ານເຂົ້າປຽກພະໄຊ ຢູ່ບ້ານພະໂພ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ໃນຕອນບ່າຍວັນທີ 6 ກຸມພາ 2025, ເຈົ້າຂອງຮ້ານຊື່ ນາງ ດາວອນ ແສງສິງແກ້ວ, ອາຍຸ 50 ປີ, ອາຊີບຄ້າຂາຍ, ຢູ່ໜ່ວຍ 03 ບ້ານພະໂພ, ເມືອງສີສັດຕະນາກ. ເຈົ້າໜ້າທີ່ດັບມອດໄດ້ນໍາໃຊ້ລົດມອດໄຟ ຈຳນວນ 7 ຄັນ ແລະ ໃຊ້ເວລາ 2 ຊົ່ວໂມງ ຈິ່ງສາມາດຄວບຄຸມໄຟໄວ້ໄດ້.
ຜ່ານການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງເຫັນວ່າ: ສາເຫດຂອງການເກີດອັກຄີໄພດັ່ງກ່າວ ແມ່ນຍ້ອນໄຟຟ້າລັດວົງຈອນຢູ່ສາຍໄຟຟ້າເນັ່ງຜ່ານລະບຽງເບື້ອງນອກເຮືອນແລ້ວໂຢດລົງໃສ່ວັດຖຸທີ່ເປັນທາດໄໝ້ງ່າຍຢູ່ບໍລິເວນນັ້ນແລ້ວລຸກໄໝ້ຂຶ້ນ (ຈຸດເກີດແມ່ນຢູ່ຊັ້ນ2).
ສໍາລັບຜົນເສຍຫາຍ: ເຮືອນ 01 ຫັຼງ ຊັ້ນລຸ່ມກໍ່, ທາງເທິງແມ່ນໄມ້, ມຸງກະເບື້ອງ, ຊັ້ນລຸ່ມເຮັດເປັນຮ້ານຂາຍເຂົ້າປຽກຖືກໄໝ້ໝົດ, ພ້ອມດ້ວຍລົດຈັກຍີ່ຫໍ້ເວບ 125 ຈໍານວນ 3 ຄັນ ແລະ ເຄື່ອງໃຊ້ໃນເຮືອນຖືກໄໝ້ໝົດ. ນອກຈາກນີ້, ໄຟຍັງໄໝ້ລວກຮ້ານຂາຍເຄື່ອງກໍ່ສ້າງຢູ່ທາງຂ້າງເຮັດໃຫ້ເສຍຫາຍ 03 ຫ້ອງຢູ່ຊັ້ນເທິງ ແລະ ເຄື່ອງກໍ່ສ້າງຈໍານວນຫນຶ່ງເສຍຫາຍ ລວມເປັນມູນຄ່າປະມານ 300 ລ້ານກີບ.
ຢ່າງໃດກໍຕາມ ສໍາລັບມູນຄ່າຄວາມເສຍຫາຍທັງໝົດ ປັດຈຸບັນພວມຢູ່ໃນຂັ້ນຕອນຮວບຮວມຢູ່.







