ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄອບຄົວມີຊີວິດການເປັນຢູ່ດີຂຶ້ນ ຍ້ອນການລ້ຽງງົວເປັນສິນຄ້າ

Feb 6, 2025

ໃນຖານະຄອບຄົວຕົວແບບ ການລ້ຽງງົວ ເປັນສິນຄ້າ, ທ່ານ ພັດອຸທິດ ທິບວິໄລພອນ ປະຊາຊົນບ້ານຫ້ວຍຈາຍ, ເມືອງຫຼາ, ແຂວງອຸດົມໄຊ ໄດ້ຖືກຄັດເລືອກໃຫ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ອົງຄະນະພັກ ເມືອງຫຼາ ຄັ້ງທີ XII ໃນວັນທີ່ 6 ກຸມພາ 2025 ທີ່ສະໂມສອນເມືອງດັ່ງກ່າວ ເພື່ອຖອດຖອນບົດຮຽນໃຫ້ຜູ້ແທນກອງປະຊຸມໄດ້ຮັບຮູ້.
ທ່ານ ພັດອຸທິດ ອາຍຸ 36 ປີ, ຮຽນຈົບມັດທະຍົມຕົ້ນ ປັດຈຸບັນ ຢູ່ບ້ານຫ້ວຍຈາຍ, ເມືອງຫຼາ, ຄອບຄົວມີສະມາຊິກທັງໝົດ 4 ຄົນ, ຍິງ 2 ຄົນ, ມີແຮງງານຕົ້ນຕໍ 2 ຄົນ, ຍິງ 1 ຄົນ. ກ່ອນປີ 2000 ຄອບຄົວລາວແມ່ນຖືເອົາການເຮັດໄຮ່ເປັນອາຊີບ ແຕ່ບໍ່ກຸ້ມກິນ. ຈາກນັ້ນ ຈຶ່ງມີແນວຄວາມຄິດຫັນມາລ້ງຽງົວ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວຕາມແນວທາງນະໂຍບາຍຂອງພັກ ແລະ ລັດວາງອອກ, ບວກກັບຕົນເອງມີຄວາມມັກອາຊີບລ້ຽງສັດ ໂດຍສະເພາະແມ່ນລ້ຽງງົວ ເພາະຊີ້ນງົວກໍ່ເປັນອາຫານຫຼັກທີ່ຂາດບໍ່ໄດ້ໃນຊີວິດປະຈໍາວັນຂອງຄົນເຮົາ,
ສະນັ້ນ, ຄອບຄົວ ທ່ານ ພັດອຸທິດ ຈຶ່ງຫັນມາເຮັດອາຊີບລ້ຽງງົວ ແຕ່ປີ 2015 ເປັນຕົ້ນມາ. ປີທໍາອິດ ລ້ຽງງົວພຽງແຕ່ 5 ໂຕ, ສາມາດສ້າງລາຍຮັບໄດ້ 10 ລ້ານກີບຕໍ່ປີ ຮູ້ວ່າມີລາຍຮັບດີ ຈຶ່ງໄດ້ປຶກສາຫາລືເປັນເອກະພາບກັບຄອບຄົວ ແລະ ພ້ອມກັນຕັດສິນໃຈ ຂະຫຍາຍການຜະລິດເພີ່ມຕື່ມ, ເຊິ່ງໄດ້ກູ້ຍືມເງິນທະນາຄານນະໂຍບາຍ ຈຳນວນ 25 ລ້ານກີບ ເພື່ອມາບຸກເບີກເນື້ອທີ່ປູກຫຍ້າເບື້ອງຕົ້ນບຸກເບີກ 7 ເຮັກຕາ, ຊື້ແນວພັນ, ສ້າງຄອກສັດ ແລະ ອຸປະກອນທີ່ຈຳເປັນຈຳນວນໜຶ່ງ.
ຜ່ານການລ້ຽງ ມາຮອດປັດຈຸບັນ ຄອບຕົວມີງົວທັງໝົດ 52 ໂຕ, ເນື້ອທີ່ປູກຫຍ້າລ້ຽງສັດ 48 ເຮັກຕາ; ລາຍຮັບຈາກການຂາຍງົວ ສະເລ່ຍ ປະມານ 48 ລ້ານກີບຕໍ່ປີ, ແນວພັນງົວທີ່ລ້ຽງແມ່ນງົວພື້ນເມືອງ. ນອກຈາກການລ້ຽງງົວແລ້ວ ຍັງໄດ້ປູກຢາງພາລາ ຈຳນວນ 2,400 ເບ້ຍ, ໃນເນື້ອທີ່ 5 ເຮັກຕາ, ມີສວນ 1 ຕອນ, ແລະ ຄອບຄົວ ຍັງໄດ້ເກັບຊື້ເຄື່ອງປ່າຂອງດົງ ສະເລ່ຍລາຍຮັບ 60 ລ້ານກີບຕໍ່ປີ, ລວມທັງລາຍຮັບ ຈາກການລ້ຽງງົວ ແລະ ເກັບຊື້ເຄື່ອງປ່າຂອງດົງ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ປະມານ 108 ລ້ານກີບຕໍ່ປີ; ເງິນຈຳນວນດັ່ງກ່າວ ສາມາດນຳໄປພັດທະນາ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.
ມາຮອດປັດຈຸບັນ ຄອບຄົວ ມີເຮືອນຢູ່ຖາວອນ 1 ຫຼັງ, ລົດໃຫຍ່ 1 ຄັນ ແລະ ລົດຈັກ 1 ຄັນ ນອກນັ້ນ ຍັງມີເງິນແຮໄວ້ຈຳນວນໜຶ່ງ ເພື່ອສົ່ງເສີມໃຫ້ລູກເຂົ້າຮຽນ. ຕໍ່ກັບຜົນສໍາເລັດດັ່ງກ່າວ ກໍຍ້ອນມີແນວທາງນະໂຍບາຍນຂອງພັກ-ລັດ ໃຫ້ການສະໜັບສະໜູນ ເປັນຕົ້ນແມ່ນ ທະນາຄານນະໂຍບາຍ ໄດ້ອໍານວຍຄວາມສະດວກໃຫ້ທຶນກູ້ຢືມ ແລະ ຫ້ອງການກະສິກຳ-ປ່າໄມ້ ໃຫ້ຄຳແນະນຳດ້ານເຕັກນິກວິຊາການ, ຊຸກຍູ້, ສົ່ງເສີມມາໂດຍຕະຫຼອດ.
Cr: ແສງອາທິດ