ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຸ່ມບ້ານພູແທ່ນ ມີລາຍຮັບດີຈາກການປູກຊາທຳມະຊາດ

Feb 7, 2025

ກຸ່ມບ້ານພູແທ່ນ ມີລາຍຮັບດີຈາກການປູກຊາທຳມະຊາດ
ທ່ານ ໄຊອຸດົມ ດາລາວົງ ຫົວໜ້າກຸ່ມ ບ້ານພູແທ່ນ ໃຫ້ຮູ້ໃນໂອກາດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ອົງຄະນະພັກ ເມືອງຫຼາ ຄັ້ງທີ XII ໃນວັນທີ່ 6 ກຸມ ພາ 2025 ທີ່ສະໂມສອນເມືອງດັ່ງກ່າວ ວ່າ: ກຸ່ມບ້ານພູແທ່ນ ແມ່ນກຸ່ມໜຶ່ງ ທີ່ຕັ້ງຢູ່ທາງທິດເໜືອ, ຫ່າງຈາກເທດສະບານເມືອງ ປະມານ 30 ກິໂລແມັດ, ທິດເໜືອຕິດກັບ ເມືອງຂວາ, ແຂວງຜົ້ງສາລີ, ທິດໃຕ້ ຕິດກັບ ກຸ່ມບ້ານຕາດມ່ວນ, ທິດຕາເວັນອອກ ຕິດກັບ ກຸ່ມສຳພັນໄຊ ແລະ ທິດຕາເວັນຕົກຕິດກັບເມືອງນາໝໍ້ ປະກອບມີ 6 ບ້ານ ຄື: ບ້ານປາງສົມ, ບ້ານພູແທ່ນ, ບ້ານລາງລິງ, ບ້ານໂພນສະຫວັດ, ບ້ານປາງສະ ບັດ ແລະ ບ້ານພູສະຖີ, ມີພົນລະເມືອງທັງໝົດ 2.388 ຄົນ, ຍິງ 1.237 ຄົນ, ມີ 2 ເຜົ່າ ອາໃສຢູ່ຮ່ວມກັນ ຄື: ເຜົ່າກຶມມຸ ແລະ ເຜົ່າອາຄ່າ.
ເມື່ອກ່ອນປະຊາຊົນເຂດພູແທ່ນ ເຄີຍຍຶດຖືອາຊີບ ການຖາງປ່າເຮັດໄຮ່, ເຮັດສວນ, ປູກຂ່າ, ໝາກແໜ່ງ ແລະ ລ້ຽງສັດ ຈຳນວນໜຶ່ງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແຕ່ອາຊີບດັ່ງກ່າວ ກໍ່ບໍ່ສາມາດຕອບສະໜອງຄວາມຕ້ອງການທາງດ້ານລາຍຈ່າຍຂອງແຕ່ລະຄອບຄົວ ຈຶ່ງພາໃຫ້ມີຫຼາຍຄອບຄົວພົບຄວາມຫຍຸ້ງຍາກ ຂາດເຂີນທາງດ້ານຊີວິດການເປັນຢູ່ ເດັກນ້ອຍທີ່ຮອດເກນອາຍຸ ກໍ່ບໍ່ໄດ້ເຂົ້າໂຮງຮຽນ, ຍ້ອນພໍ່ແມ່ຂາດທຶນຮອນໃນການ ສົ່ງເສີມລູກຮຽນ, ຫຼາຍຄອບຄົວ ຍັງເປັນຄອບຄົວທຸກຍາກ.
ມາຮອດ ກອງປະຊຸມໃຫຍ່ ອົງຄະນະພັກ ເມືອງຫຼາ ຄັ້ງທີ XI ພາຍໃຕ້ການ ຊີ້ນໍາ – ນໍາພາ ຂອງອົງຄະນະພັກເມືອງ ແລະ ການນໍາພັກ-ລັດ ແຕ່ລະຂັ້ນ ຈິ່ງໄດ້ມີ ການຫັນເອົາແນວທາງແຜນນະໂຍບາຍມາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ເປັນອັນລະອຽດດັ່ງນັ້ນ ມາຮອດປີ 2017 ກຸ່ມພູແທ່ນພວກເຮົາກໍ່ໄດ້ຮັບທຶນຈໍານວນໜື່ງ ໂດຍສະເພາະແມ່ນການສົ່ງເສີມ ເພື່ອຫັນປ່ຽນອາຊີບ ໂດຍອີງໃສ່ທ່າແຮງ, ເງື່ອນໄຂ ແລະ ສະພາບແວດລ້ອມທາງດ້ານດິນຟ້າອາກາດ. ດັ່ງນັ້ນ, ພັກ-ລັດ ຈຶ່ງໄດ້ຍາດແຍ່ງເອົາ ໂຄງການສົ່ງເສີມການປູກຊາ ແລະ ອະນຸລັກຕົ້ນຊາທຳມະຊາດ ເຂົ້າມາຊຸກຍູ້ສົ່ງເສີມໃຫ້ປະຊາຊົນຈັດ ຕັ້ງປະຕິບັດ ເພື່ອສ້າງລາຍໄດ້ທີ່ໝັ້ນຄົງ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ການຖາງປ່າເຮັດໄຮ່ເທື່ອລະກ້າວ.
ຕາມການເກັບກຳຂໍ້ມູນຕົວຈິງຂອງບ້ານລາງລິງ ໄດ້ມີການປົກປັກຮັກສາຕົ້ນຊາທຳມະຊາດ ທັງໝົດ 3.148 ຕົ້ນ, ໃນປີ 2024 ປະຊາຊົນພາຍໃນບ້ານລາງລີງ ໄດ້ເກັບໃບຊາທີ່ເກີດຈາກທຳມະຊາດ ແລະ ຊາປູກ ໄດ້ທັງໝົດ 2,400 ກິໂລ, ສົ່ງຂາຍໃຫ້ບໍລິ ສັດລວມລາຍຮັບທັງໝົດ 48.000.000 ກີບ, ສະເລ່ຍລາຍຮັບໃສ່ພົນລະເມືອງພາຍ ໃນບ້ານໄດ້ປະມານ 196.700 ກີບ/ຄົນ.
ປັດຈຸບັນ ມີ ບໍລິສັດ ຊາຄິງສະຫ່ວາງ ຈຳກັດ ຈາກ ສປ ຈີນ ໄດ້ເຂົ້າມາລົງທຶນ ແລະ ນໍາເອົາເບ້ຍຊາມາໃຫ້ປະຊາຊົນທົ່ວເຂດພູແທ່ນປູກ ລວມທັງໝົດ 599.450 ເບ້ຍ ແລະ ທ່ານ ບຸນປັນ ນັກທຸລະກິດ ຈະເກັບຊື້ຊາທຳມະຊາດ ໃນປີໜຶ່ງໃຫ້ໄດ້ 5,000 ກິໂລ, ປະຊາຊົນຈະມີລາຍຮັບ 100,000,000 ລ້ານ. ຄາດວ່າອີກ 5 ປີຂ້າງໜ້າ ປະຊາຊົນຈະມີລາຍຮັບ ຈາກການຂາຍຊາ ໄດ້ 25,000 ກິໂລ, ມີລາຍຮັບເຖິງ 500,000,000 ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ປະມານ 2,049.000 ກີບ/ຄົນ/ປີ ເຊິ່ງຈະເປັນອີກທ່າແຮງໜຶ່ງໃນການພັດທະນາ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ເຊິ່ງມັນສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງວາງໄວ້.
Cr: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ
ເບິ່ງຂໍ້ມູນເຊີງເລິກ ແລະ ການໂຄສະນາ

ບູສໂພສ
All reactions:

ທ່ານ ແລະ ອີກ 19 ຄົນ