ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກເມືອງຊ່ອນ

ກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກເມືອງຊ່ອນ ແຂວງຫົວພັນ ໄດ້ສຳເລັດໃນວັນທີ 6 ກຸມພາ 2025 ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງ ພາຍຫລັງດໍາເນີນມາເປັນເວລາ 2 ວັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ.
ກອງປະຊຸມ ໄດ້ລົງປະຊາມະຕິເປັນເອກະສັນ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ຄື: ຮ່າງບົດລາຍງານການ ເມືອງທັງສອງພາກ, ແຜນພັດທະນາເສດຖະກິດ – ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກສະໄໝທີ x, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການ ນໍາພາ-ຊີ້ນໍາ ແລະ ການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍໃນ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງ, ແຜນການ 5 ປີ ນັບແຕ່ປີ 2025 ຮອດປີ 2029 ໂດຍຈະສືບຕໍ່ພັດທະນາເສດຖະກິດຂອງເມືອງໃຫ້ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 9,71% ຂື້ນໄປ, ລວມຍອດຜະລິດຕະພັນ(GDP) ໃຫ້ບັນລຸ 1 ພັນ 7 ຕື້ກີບ, ສະເລ່ຍໃສ່ຫົວຄົນຜູ້ໜື່ງໃຫ້ໄດ້ 20 ລ້ານກວ່າກີບຕໍ່ຄົນຕໍ່ປີ, ສືບຕໍ່ຫັນລົງຮາກຖານການເມືອງ ພັດທະ ນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນ,ໃຫ້ມີຄອບຄົວພົ້ນທຸກກວມເອົາ 70%ຂື້ນໄປ,ບ້ານພົ້ນທຸກໃຫ້ໄດ້ 19 ບ້ານ, ສືບຕໍ່ ປັບປຸງກົງຈັກລັດ, ອົງ ການປົກຄອງຂັ້ນຕ່າງໆ ໃຫ້ມີຄວາມສາມາດບໍລິຫານ ແລະ ການຄຸ້ມຄອງລັດຕາມກົດໝາຍ, ຕິດຕາມ, ກວດກາ ຕໍ່ອົງການບໍລິຫານ, ຕຸລາການເອົາໃຈໃສ່ໂຄສະນາ ເຜີຍແຜ່ກົດໝາຍໃຫ້ກ້ວາງຂວາງ, ລົງເຖິງປະຊາຊົນ, ເຮັດໃຫ້ທຸກລະບົບການຈັດຕັ້ງມີຄວາມເເໜັກແໜ້ນເຂັ້ມແຂງ, ເພີ່ມທະວີໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ອົງການຈັດຕັ້ງມະຫາຊົນມີຄວາມເຂັ້ມແຂງ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ແລະ ຜູ້ແທນສົມບູນ, ສໍາຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງ ຊ່ອນສະໄໝທີ XI ໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ, ປະທານ, ຮອງປະທານກວດກາ ແລະ ເປັນເອກະສັນເລືອກເອົາ ເລຂາ, ຮອງເລຂາຄະນະພັກເມືອງ ໂດຍເລືອກເອົາ ສະຫາຍ ສີວິໄລ ພີມມະວົງ ກໍາມະການພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ຄໍາພຽນ ໄຊສົມພັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ສະ ຫາຍ ໄພວອນ ແກ້ວຈັນທາ ເປັນຮອງເລຂາພັກເມືອງຊ່ອນຊຸດໃໝ່.
Cr. ນ. ວັນແສງ ສີວອນ





