ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນເສຍຫາຍຈາກເຫດໄຟໄໝ້ໂຮງງານຢູ່ເຂດບ້ານດອນກອຍ

Feb 7, 2025

ຜົນເສຍຫາຍຈາກເຫດໄຟໄໝ້ໂຮງງານຢູ່ເຂດບ້ານດອນກອຍ
ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕຳ ຫຼວດ, ກະຊວງປ້ອງ ກັນຄວາມສະຫງົບ ໄດ້ແຈ້ງໃຫ້ຮູ້ວ່າ: ໃນເວລາ 18ໂມງ00ນາທີຂອງວັນທີ່ 6 ກຸມ ພາ2025 ໄດ້ເກີດໄຟໄໝ້ໂຮງ ງານກາເຟມີຣາໂຄລາວຈຳກັດຜູ້ດຽວແລະ ບໍລິສັດມີຣາໂຄອາຫານ ແລະ ເຄື່ອງດື່ມຈຳກັດຜູ້ດຽວ ຢູ່ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ເຊິ່ງເຈົ້າຂອງບໍລິສັດແລະໂຮງງານຊື່ ນາງ ຈັນທະມາລາ ສາຍສະນິດ ອາຍຸ 59ປີ, ອາຊີບນັກທຸລະກິດ. ປະຈຸບັນຢູ່ບ້ານບ້ານສີດຳດວນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເຈົ້າໜ້າທີ່ມອດໄຟ ໄດ້ນໍາໃຊ້ພາຫະນະແລະກຳລັງຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພເຂົ້າດັມມອດ, ໃນນີ້ ມີລົດມອດໄຟ, ກູ້ໄພຈໍານວນ 11 ຄັນ ໃຊ້ກຳລັງພົນ 80ຄົນ ໂດຍໃຊ້ເວລາດັບມອດ 6 ຊົ່ວໂມງຄວບຄຸມໄຟໄດ້.
ສໍາລັບຜົນເສຍຫາຍເບື້ອງຕົ້ນ ລວມມີ: ອາຄານ 01 ຫຼັງ, 4 ຫ້ອງໃຊ້ເປັນສາງບັນຈຸສິນຄ້າ ແລະ ຫ້ອງການ, ໃນນີ້: ຫ້ອງທີ1: ເປັນສາງເກັບເຄື່ອງຈໍາໜ່າຍເຄື່ອງທົ່ວໄປ. ຫ້ອງທີ່2: ເປັນສາງເກັບມຽ້ນເຄື່ອງຜະລິດກາເຟແລະຕູ້ກະແລ່ມ. ຫ້ອງທີ່3: ເປັນສາງເກັບວັດຖຸດິບຜະລິດກາເຟ ແລະ ຫ້ອງທີ່4: ເປັນສາງເກັບກາເຟສູດລັດຮູບເພື່ອສົ່ງຂາຍ. ນອກຈາກນີ້, ມີລົດບັນທຸກຂົນສົ່ງສິນຄ້າຂະໜາດ 6 ລໍ້ຖືກໄຟໄໝ້ ແລະ ໄຟລວກຈຳນວນ 10 ຄັນ.
ສ່ວນສາເຫດຂອງການເກີດອັກຄີໄພ ແລະ ຜົນເສຍຫາຍທັງໝົດ. ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງພວມເລັ່ງດໍາເນີນກາກວດກາຢູ່.