ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມຽນມາ ມອບຜູ້ຖືກທຳຮ້າຍທີ່ໄດ້ຮັບການຊ່ວຍເຫຼືອອອກຈາກເຂດດຳເນີນການສໍ້ໂກງຊັບທາງໂທລະຄົມ ໃຫ້ໄທ 61 ຄົນ

Feb 7, 2025

ມຽນມາ ມອບຜູ້ຖືກທຳຮ້າຍທີ່ໄດ້ຮັບການຊ່ວຍເຫຼືອອອກຈາກເຂດດຳເນີນການສໍ້ໂກງຊັບທາງໂທລະຄົມ ໃຫ້ໄທ 61 ຄົນ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ວັນທີ 6 ກຸມພານີ້ ລັດຖະບານ ມຽນມາໄດ້ມອບຜູ້ຖືກທຳຮ້າຍທີ່ໄດ້ຮັບການຊ່ວຍເຫຼືອອອກຈາກເຂດດຳເນີນການສໍ້ໂກງຊັບທາງໂທລະຄົມ ຫລື Call Center ຜ່ານທາງໂທລະຄົມມຽວວາດີ ຈໍານວນ 61 ຄົນ ໃຫ້ລັດຖະບານໄທຢູ່ຊາຍແດນໄທ-ມຽນມາ. ໃນນັ້ນ ລວມມີຄົນຈີນຢູ່ນໍາ 39 ຄົນ.
ໜ່ວຍຂໍ້ມູນຂ່າວສານຂອງສະພາບໍລິຫານແຫ່ງຊາດ ມຽນ ມາ ແຈ້ງໃຫ້ຮູ້ວ່າ: ພວກຝ່າຝືນກົດໝາຍສວຍໃຊ້ໂອກາດທີ່ສະຖານະການຢູ່ເຂດຊາຍແດນມຽນມາຍັງບໍ່ທັນສະຫງົບ ເພື່ອສະແຫວງຫາຜົນປະໂຫຍດ ໂດຍຮ່ວມກັບກຸ່ມຕໍ່ຕ້ານລັດຖະບານມຽນມາ ເພື່ອສໍ້ໂກງຊັບທາງໂທລະຄົມ ແລະການຫຼິ້ນພະນັນຜ່ານທາງອອນລາຍຂະໜາດໃຫຍ່, ລັດຖະບານ ມຽນມາ ກຳລັງເພີ່ມທະວີການສືບສວນສອບສວນ ແລະ ແກ້ໄຂບັນຫານີ້ຢ່າງເຂັ້ມ ງວດ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຈົ່ງຊ່ວຍສະໜອງຂໍ້ມູນໃຫ້ລັດຖະບານເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ໄດ້.
Cr. CMG