ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງການເງິນຕ້ອນຮັບຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ

Feb 7, 2025

ໃນວັນທີ 6 ກຸມພາ 2025, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ,ພ້ອມດ້ວຍຄະນະ, ມີຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການກະຊວງ ແລະ ຄະນະພະແນກ, ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ຊັນນີ ແຄັມເບວ (SHANNY CAMPBELL) ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ໃນການເຂົ້າພົບປະໃນຄັ້ງນີ້, ແມ່ນເພື່ອເສີມຂະຫຍາຍການຮ່ວມມືໃນຂອບສອງຝ່າຍ ລະຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີ (ADB) ແລະ ສະຖາບັນການເງິນສາກົນຕ່າງໆ, ເພື່ອເສີມຂະຫຍາຍຊ່ອງທາງການຮ່ວມມື ແລະ ການສະໜອງທຶນໃຫ້ ສປປ ລາວ ໃນຕໍ່ໜ້າ ແລະ ຂໍທິດຊີ້ນໍາຄວາມຄືບໜ້າໃນການປະຕິຮູບຂະແໜງພະລັງງານ ທີ່ປັດຈຸບັນ ADB ໄດ້ອະນຸມັດເງິນຊ່ວຍເຫຼືອດ້ານວິຊາການ (TA) ຈຳນວນ 3F25 ລ້ານໂດລາສະຫະລັດ; ລວມທັງຂໍທິດຊີ້ນໍາກ່ຽວກັບການປະຕິຮູບກ່ຽວກັບການນໍາໃຊ້ງົບປະມານໃຫ້ເກີດປະໂຫຍດສູງສຸດເພື່ອໃຫ້ລັດຖະບານບັນລຸເປົ້າໝາຍ.
ໂອກາດດັ່ງ, ທ່ານ ຮອງລັດຖະມົນຕີກະຊວງການເງິນ ໄດ້ລາຍງານໃຫ້ເຫັນໄດ້ສະພາບເສດຖະກິດ-ການເງິນ ໂດຍລວມຂອງປະເທດ ເຊິ່ງກໍຍັງມີຄວາມຫຍຸ້ງຍາກຢູ່ ໂດຍສະເພາະບັນຫາອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ, ຄ່າຂອງເງິນກີບຍັງຄົງອ່ອນຄ່າ (ກໍາລັງຊື້ ຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດ ແລະ ທຽບໃສ່ລາຄາສິນຄ້າ ແລະ ບໍລິການ) ເຮັດໃຫ້ລາຄາສິນຄ້າມີການປັບຕົວຂຶ້ນ ແລະ ເຮັດໃຫ້ຄ່າຄອງຊີບ ໂດຍລວມສູງຂຶ້ນຕາມ, ຄວາມຂາດດຸນດ້ານແຮງງານພາຍໃນ ເຮັດໃຫ້ການດໍາເນີນກິດຈະການພາກການຜະລິດ ແລະ ການບໍລິການ ມີຄວາມຫຍຸ້ງຍາກຫຼາຍສົມຄວນ.
ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ ADB ສືບຕໍ່ໃນການສະໜັບ ສະໜູນເຂົ້າໃນໜ້າວຽກທີ່ເປັນບູລິມາສິດສຳຄັນຄື: ການຫັນເປັນທັນສະໄໝດ້ານລະບຽບການ ແລະ ການບໍລິຫານ, ສົ່ງເສີມການມີສ່ວນຮ່ວມຂອງພາກເອກະຊົນໃນພະລັງງານສະອາດ, ສ້າງຄວາມ ເຂັ້ມແຂງດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ, ໃນການພັດທະນາຊັບ ພະຍາກອນມະນຸດ ແລະ ການຖ່າຍທອດຄວາມຮູ້ສະເໜີໃຫ້ ADB ສະໜັບສະໜູນດ້ານການພັດທະນາຄວາມ ສາມາດ ເພື່ອຮັບປະກັນຄວາມສຳເລັດໃນການປະຕິຮູບ, ເຊິ່ງປະ ກອບມີ: ການດຳເນີນການປະເມີນການຄຸ້ມຄອງຊັບພະຍາກອນ ມະນຸດ, ຈັດຝຶກອົບຮົມ ແລະ ສຳມະນາ ກ່ຽວກັບການວິເຄາະຄວາມສຳເລັດຂອງລັດວິສາຫະກິດ, ESG ແລະ ການກຳນົດຕົວຊີ້ວັດ (KPI) ນໍາອີກດ້ວຍ.
Cr. ກະຊວງການເງິນ