ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ອົງຄະນະພັກເມືອງໄຊທານີ

Feb 7, 2025

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ອົງຄະນະພັກເມືອງໄຊທານີ, ນະຄອນຫລວງວຽງຈັນ ຈັດຂຶ້ນໃນລະຫວ່າງວັນທີ 6-7 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ວຽງຄໍາ ສີຫາໂຄດ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໄຊທານີ, ມີ ສະຫາຍ ຊົງເລົ່າ ຢົງນຸ່ ຮອງເລຂາຄະນະບໍລິຫານງານພັກນະ ຄອນຫຼວງວຽງຈັນ, ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກພັກພາຍໃນເມືອງໄຊທານີເຂົ້າຮ່ວມ.
ສະຫາຍ ວຽງຄໍາ ສີຫາໂຄດ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ ແທນຄັ້ງນີ້ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ມີຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງ ສຸມໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງ. ທັງເປັນການສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ, ກອງປະຊຸມໃຫຍ່ 3 ຂຶ້ນຂອງພັກ ຢ່າງເປັນຂະບວນຟົດຟື້ນ. ເມືອງໄຊທານີໄດ້ເປັນເຈົ້າການສ້າງຂະບວນການ ຢູ່ໃນຂົງເຂດຕົນເອງຮັບຜິດຊອບຢ່າງຕັ້ງໜ້າ ເຊິ່ງເປັນປັດໃຈຕົ້ນຕໍ ເຮັດໃຫ້ເມືອງໄຊທານີ ມີສະຖຽນລະພາບທາງດ້ານ ການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບປອດໄພ, ເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອຍູ້ແຮງຂະບວນການຜະລິດ, ການບໍລິການໃຫ້ກາຍເປັນສິນຄ້າ ປະຕິບັດຄາດໝາຍ ສ້າງ 1 ບ້ານ 1 ຜະລິດຕະພັນ, 1 ເມືອງ ບໍ່ໃຫ້ຫຼຸດ 5 ຜະລິດຕະພັນ, ຄຽງຄູ່ກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ການສ້າງເມືອງ 5 ດີ ແລະ 5 ຮ່ວມເພື່ອເຮັດໃຫ້ການປະຕິບັດວຽກງານ 3 ສ້າງ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ໃຫ້ມີຜົນສໍາເລັດ ຢ່າງຮອບດ້ານ ໄດ້ຖືເປັນຍຸດທະສາດສໍາຄັນ ແລະ ເປັນວິທີການນໍາພາຂອງພັກ ໃນການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ເພື່ອເປັນການ ທົດສອບສ້າງພະນັກງານ ຕິດພັນກັບຂະບວນການຕົວຈິງ ຢູ່ຮາກຖານ ແລະ ສຸມໃສ່ປັບປຸງ ການເມືອງຢູ່ຮາກຖານໃຫ້ໜັກແໜ້ນ.
ກອງປະຊຸມໃຫຍ່ໃນຄັ້ງນີ້, ໄດ້ສຸມໃສ່ ຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ VII ກໍຄືແຜນພັດ ທະນາ ເສດຖະກິດ-ສັງຄົມ 5 ປີ ຂອງເມືອງຜ່ານມາ, ພ້ອມທັງສະຫຼຸບຖອດຖອນບົດຮຽນພຶດຕິກຳຕົວຈິງ ເພື່ອກໍານົດຈຸດ ໝາຍສູງສຸດ, ທິດທາງໜ້າທີ່, ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ໃນຕໍ່ໜ້າ ໃຫ້ໄດ້ຮັບປະສິດທິຜົນ.
ຈາກນັ້ນ, ຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດທີ VIII ຈໍານວນ 27 ສະຫາຍ ຍິງ 8 ສະຫາຍ ແລະ ເລືອກເອົາຄະນະປະຈຳພັກເມືອງ ຊຸດໃຫມ່ 9 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງໄຊທານີ ຊຸດທີ VIII ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ວຽງຄໍາ ສີຫາໂຄດ ເປັນເປັນເລຂາຄະນະບໍ ລິຫານງານພັກເມືອງ, ສະຫາຍ ສີນລະປະກອນ ພົມມະໄຊສີ ເປັນຮອງເລຂາ, ສະຫາຍ ນາງ ສີດາ ບູນມາ, ເປັນຮອງເລຂາ, ທັງເປັນປະທານຄະນະກວດກາພັກເມືອງ.
ນອກນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນ ສົມບູນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນຕື່ມອີກ.
ພາບ-ຂ່າວ: ລັດດາວັນ