ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າພະບາດ ຄັ້ງທີ VII ໄດ້ດຳເນີນມາແຕ່ວັນທີ 6 ກຸມພາ ມາຮອດຕອນບ່າຍວັນທີ 7 ກຸມພາ 2025 ໄດ້ສຳເລັດລົງຢ່າງຈົບງາມ ທີ່ຫ້ອງປະ ຊຸມໃຫຍ່ຂອງເມືອງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ປອ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີຜູ້ແທນເຂົ້າຮ່ວມທັງໝົດ 146 ສະຫາຍ, ຍິງ 21 ສະຫາຍ ໃນນັ້ນ, ຜູ້ແທນສົມບູນ 113 ສະຫາຍ, ຍິງ 16 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວເມືອງ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະກິດ- ສັງຄົມ ແລະ ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນຖອດຖອນໄດ້ໃນການນໍາພາ-ຊີ້ນໍາ ໄລຍະ 5 ປີຜ່ານມາ, ກອງປະຊຸມໄດ້ຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະືນາເສດຖະກິດ-ສັງຄົມ ຄັ້ງທີ V ປີ 2025-2029.
ພ້ອມນີ້ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິ ປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານ, ເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ລົງຮັບສະໝັກເລືອກຕັ້ງ 27 ສະຫາຍ, ຍິງ 08 ສະຫາຍ, ເລືອກໄດ້ 23 ສະຫາຍ, ຍິງ 06 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງທ່າພະບາດ ຊຸດທີ VII ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ສົມສົດ ແສງອາພອນ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ພູວົງ ພິມມະສອນ ແລະ ສະຫາຍ ສະຫວັນເພັດ ຈັນທະວົງສາ ເປັນຮອງເລຂາ, ສະຫາຍ ກອນ ຫຼວງພິທັກ, ສະຫາຍ ວົງດອນ ປັນຍານຸວົງ, ສະຫາຍ ແສງນ້ອຍ ກົມມະເມືອງ, ສະຫາຍ ພັທ ສຸກສະຫວັນ ບຸບຜາພັນ ເປັນຄະນະປະຈຳພັກເມືອງ; ເລືອກຕັ້ງເອົາສະຫາຍ ແສງນ້ອຍ ກົມມະເມືອງ ເປັນປະທານກວດກາພັກ, ສະຫາຍ ນາງ ປານີ ຫຼວງນາມ ແລະ ສະຫາຍ ກຸງສີ ພົມມະຈິດ ເປັນຮອງປະທານກວດກາພັກ;
ພ້ອມນີ້ ໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກແຂວງບໍລິຄຳໄຊ 19 ສະຫາຍ, ຍິງ 04 ສະຫາຍ.
Cr: ຄຳຟອງ





