ໃນວັນທີ 7 ກຸມພາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມລາຍງານການຈັດຕັ້ງປະຕິບັດແຜນງົບປະມານ ແລະ ການສ້າງແຜນ ຕິດພັນກັບນິຕິກໍາ ສະບັບເລກທີ 4524/ກງ ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສຸກສະເຫຼີມ ເຮືອງຄໍາໄຊ ວ່າການຫົວໜ້າພະແນກການເງິນແຂວງ, ທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ ແລະ ພະນັກງານທີ່ຮັບຜິດຊອບວຽກງານການເງິນຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຕໍ່ກອງປະຊຸມ ວ່າ: ໃນປີ 2024 ເມືອງແກ່ນທ້າວ ໄດ້ຮັບແຜນເບື້ອງຕົ້ນ 7 ຕື້ກ່ວາກີບ ແຜນດັດແກ້ຫຼຸດ 63 ລ້ານກວ່າກີບ ລວມແຜນດັດແກ້ທັງໝົດ 7 ຕື້ກວ່າກີບ. ຜ່ານການຈັດຕັ້ງປະຕິບັດ ສາມາດຈັດເກັບລາຍຮັບໄດ້ທັງໝົດ 10 ຕື້ກວ່າກີບ ເທົ່າກັບ 142,29 ສ່ວນຮ້ອຍ ຂອງແຜນການເບື້ອງຕົ້ນ ເທົ່າກັບ 143,52 ສ່ວນຮ້ອຍ ຂອງແຜນດັດແກ້ (ລື່ນແຜນ 43,52 ສ່ວນຮ້ອຍ ເປັນເງິນ 300 ກວ່າລ້ານກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 156,72 ສ່ວນຮ້ອຍ. ໃນນີ້, ສ່ວຍສາອາກອນ ປະຕິບັດໄດ້ 10,400 ກວ່າລ້ານກີບ ເທົ່າກັບ 143,52 ສ່ວນຮ້ອຍ ແລະ ຊັບສິນ ປະຕິບັດໄດ້ 125.50 ລ້ານກີບ ເທົ່າກັບ 100.40 ສ່ວນຮ້ອຍຂອງແຜນການປີ. ນອກຈາກນັ້ນ, ເມືອງແກ່ນທ້າວຍັງ ເປັນເມືອງທີ່ດຸ່ນດ່ຽງລາຍຮັບຂຶ້ນແຂວງ ແຜນເບື້ອງຕົ້ນ 7,400 ກວ່າລ້ານກີບ ແຜນດັດແກ້ຫຼຸດ 63.72 ລ້ານກີບ ລວມແຜນດຸ່ນດຽງຂຶ້ນແຂວງ 7.300 ກວ່າລ້ານກີບ ປະຕິບັດໄດ້ 6,700 ກວ່າລ້ານກີບ ແລະ ປີ 2025 ອີງຕາມບົດບັນທຶກສັນຍາມອບເໝົາ ການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານ ປະຈໍາປີ 2025 ລະຫວ່າງພະແນກການເງິນແຂວງ ກັບຫ້ອງການ-ການເງິນເມືອງແກ່ນທ້າວ ສະບັບເລກທີ 64/ກງ.ຊຍ, ລົງວັນທີ 17 ມັງກອນ 2025 ຈະໄດ້ສືບຕໍ່ຕິດຕາມ, ກວດກາ ເລັ່ງທວງ ຈັດເກັບລາຍຮັບສ່ວຍສາອາກອນ ແລະ ຄຸ້ມຄອງຊັບສິນແຫ່ງລັດ ຕາມຂໍ້ມູນ ແລະ ທ່າແຮງບົ່ມຊ້ອນ ມອບເຂົ້າງົບປະມານໃຫ້ບັນລຸ 10,860 ກວ່າລ້ານກີບ. ໃນນີ້, ສ່ວຍສາອາກອນ ແຜນ 10,710 ກວ່າລ້ານກີບ ແລະ ຊັບສິນ ແຜນ 150 ລ້ານກີບ ແລະ ຍັງຈະໄດ້ດຸ່ນດ່ຽງງົບປະມານເກີນດຸນ 7,460 ກວ່າລ້ານກີບ ໃຫ້ແຂວງຕື່ມອີກ.






