ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກັບກອງປະຊຸມສະຫຼຸບວຽກງານ ຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ປະຈໍາ ປີ 2024 ແລະ ທິດ ທາງແຜນການ ປີ 2025 ໃນວັນທີ 7 ກຸມພາ 2025, ທີ່ຫໍວັດ ທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານໄດ້ເນັ້ນໜັກໃຫ້ຂະ ແໜງ ຖວທ ສືບຕໍ່ເອົາ ໃຈໃສ່ຫລາຍວຽກງານສໍາຄັນໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ: ຕ້ອງສືບຕໍ່ສຸມໃສ່ປັບປຸງວຽກງານຖະ ແຫລງຂ່າວ, ວຽກງານສື່ ມວນຊົນໃຫ້ແຂງແຮງກວ່າເກົ່າ ເພື່ອໃຫ້ເປັນເຄື່ອງມືທີ່ສໍາຄັນ ແລະ ມີປະສິດທິພາບໃນການນໍາ ເອົາແນວທາງນະໂຍບາຍຂອງພັກ, ກົດ ໝາຍ ແລະ ລະບຽບການຂອງລັດໄປສູ່ປະຊາຊົນ ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ເຂົ້າຮ່ວມໃນການປະຕິບັດພາລະກິດປົກປັກຮັກ ສາ ແລະ ພັກທະນາປະເທດຊາດ.
ພ້ອມກັນນັ້ນ ກໍເປັນອາວຸດທີ່ແຫລມຄົມໃນການຕໍ່ຕ້ານ ແລະ ຕີຖອຍບັນດາອິດທິກຳລັງປໍລະປັກ ທີ່ຍາມໃດກໍຫວັງ ທໍາລາຍມ້າງເພປະເທດຊາດຂອງພວກເຮົາຢ່າງບໍ່ຫລົດລະ ດ້ວຍການໂຈມຕີ, ໃສ່ຮ້າຍປ້າຍສີ, ບິດເບືອນຄວາມຈິງຕໍ່ແນວທາງນະ ໂຍບາຍຂອງພັກ ກໍຄືໂຈມຕີການນໍາຊັ້ນສູງຂອງພັກ-ລັດ ເພື່ອຫວັງແບ່ງແຍກຄວາມສາມັກຄີພາຍໃນ ແລະ ຫລຸດບົດບາດອິດ ທິພົນການນໍາພາຂອງພັກເຮົາ, ເອົາ ໃຈໃສ່ປັບປຸງທາງດ້ານເນື້ອໃນການຖະແຫລງຂ່າວໃນແຕ່ລະໄລຍະຕ້ອງຕິດພັນກັບນະໂຍບາຍ ແລະ ແຜນວຽກຈຸດສຸມຂອງພັກ- ລັດ ວາງອອກ ໃນແຕ່ລະໄລຍະ ແລະ ອື່ນໆ.
ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະ ທຳ ທີ່ມີຄຸນນະພາບຢ່າງແທ້ຈິງ, ເສີມ ຂະຫຍາຍຄຸນຄ່າວັດທະນະທຳ ທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມ ບົນພື້ນຖານການອະນຸລັກຟື້ນຟູ ວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ຂອງເຜົ່າ ໄປພ້ອມກັບການແກ້ໄຂ-ຕີຖອຍສິ່ງຫຼ້າຫຼັງງົມງວາຍ; ສົ່ງເສີມເອກະລັກດ້ານສິລະປະວັນນະຄະດີ, ພູມປັນຍາບົ່ມຊ້ອນເຂົ້າໃນການສ້າງຜະລິດຕະພັນວັດທະນະທຳ ໃຫ້ມີຫຼາກຫຼາຍສີສັນ-ຫຼາຍຮູບແບບ; ເສີມຂະຫຍາຍ, ປົກປັກຮັກສາ, ຄຸ້ມຄອງມໍຣະດົກວັດທະນະທຳຂອງຊາດ ໂດຍສະເພາະແມ່ນສຸມໃສ່ການນໍາສະເໜີເອົາພູຫີນໜາມໜໍ່ເຂົ້າເປັນມໍຣະດົກໂລກ ຕາມແຜນການທີ່ວາງໄວ້.
ສືບຕໍ່ເອົາໃຈໃສ່ໂຄສະນາ, ພັດທະນາ, ຄຸ້ມຄອງ ແຫຼ່ງທ່ອງ ທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ທ່ອງ ທ່ຽວກະສິກຳ ແລະ ການທ່ອງທ່ຽວແບບຍືນຍົງ ປະຊາຊົນມີສ່ວນຮ່ວມ; ຊຸກຍູ້ແນະນໍາບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກແຮມ, ຮ້ານອາຫານ ໃຫ້ມີຄຸນນະພາບ, ສ້າງກິດຈະກຳ ແລະ ຜະ ລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ຕິດພັນກັບການທ່ອງທ່ຽວວັດທະ ນະທຳຂອງບັນດາເຜົ່າ ແລະ ກະສິກຳ ເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ ຊົມໃຊ້ ຜະລິດຕະ ພັນລາວ ” ແລະ ຄຸ້ມຄອງບັນດາຫົວໜ່ວຍທຸລະກິດຕ່າງໆ ໃຫ້ເຂົ້ສູ່ລະບຽບການ.
ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກຕື່ມວ່າ: ວຽກທີ່ສໍາຄັນ ແລະ ເປັນວຽກທີ່ຕິດສິນ ແມ່ນຄະນະພັກ- ຄະນະນໍາທຸກຂັ້ນ ຕ້ອງຖືເອົາການນໍາພາການເມືອງແນວຄິດເປັນບັນຫາສໍາຄັນ, ຕິດ ພັນກັບ ການເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍ ບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງອອກ ໃຫ້ເລິກເຊິ່ງ, ມີຄວາມເປັນເອ ກະພາບທາງດ້ານແນດຄິດ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ ເພື່ອພ້ອມກັນນໍາພາບຊີ້ນໍາຈັດຕັ້ງຜັນຂະຫຍາຍເຂົ້າສູ່ການບໍລິຫານຄຸ້ມຄອງລັດສອດຄ່ອງກັບການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ຜ່ານປະຕູດຽວໃຫ້ເປັນລະບົບແຕ່ສູນກາງ ລົງຮອດທ້ອງຖິ່ນ ຕາມແຜນການທີ່ວາງໄວ້.
ພ້ອມນີ້ ຕ້ອງສືບຕໍ່ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນ ໃຫ້ຈະແຈ້ງ, ຮັດກຸມ ແລະ ສອດ ຄ່ອງກັບໜ້າວຽກຕົວຈິງ, ຍົກລະ ດັບຄວາມຮູ້ ຄວາມສາມາດຂອງພະນັກງານ-ລັດຖະກອນທາງດ້ານທິດສະດີ ແລະ ວິຊາສະ ເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດພະນັກງານສືບ ທອດປ່ຽນແທນແຕ່ລະໄລຍະ, ກວດກາຄືນບ່ອນໃດພະນັກງານເຫຼືອບໍ່ພໍ, ພະນັກງານບໍ່ມີຄຸນ ນະພາບ ກໍຕ້ອງແກ້ໄຂໃຫ້ໄວ, ຄຽງຄູ່ກັບການສັບຊ້ອນຈັດວາງ, ຍົກຍ້າຍພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ແລະ ແທດເໝາະກັບຄວາມຮູ້, ຄວາມສາມາດວິຊາສະເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກ ຍ້ອນປັດຈຸບັນໂກຕ້າພະນັກງານ-ລັດຖະກອນມີຈຳກັດ ແລະ ອື່ນໆ.
BT, ວສລ






