ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ຮືທໍ່ ເພຍຫລວງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງອະນຸວົງ ອີກຫນຶ່ງສະໄໝ

Feb 7, 2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງອະນຸວົງ ແຂວງໄຊສົມບູນ ຄັ້ງທີ III ໃນຕອນເຊົ້າຂອງວັນທີ 7 ກຸມພາ 2025 ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າ ແຂວງໄຊສົມບູນ.
ໃນກອງປະຊຸມ ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂຜູ້ທີ່ຈະສະໝັກເລືອກຕັ້ງ, ຜ່ານມະຕິຮັບຮອງບຸກຄະລາກອນຈະສະໝັກເລືອກຕັ້ງຄະນະພັກຊຸດໃໝ່ ແລະ ຜ່ານມາດຖານເງື່ອນໄຂຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄະນະພັກຂັ້ນເທິງ ຊຶ່ງເປັນການປະຕິບັດຕາມລະບຽບຫລັກ ການຈັດຕັ້ງນຳພາຂອງພັກ, ຮັບປະກັນການຈັດຕັ້ງປະຕິບັດວຽກ ງານໃຫ້ມີຄວາມເຂັ້ມແຂງ ເປັນບ່ອນອີງໃຫ້ແກ່ການເລືອກເຟັ້ນບຸກຄະລາກອນຜູ້ທີ່ມີຜົນງານດີເດັ່ນ ປະກອບເຂົ້າໃນຄະນະພັກຊຸດໃໝ່ ໃຫ້ຖືກຕ້ອງຕາມມາດຖານ ເງື່ອນໄຂທີ່ໄດ້ກຳນົດໄວ້ ໃນລະບຽບພັກ.
ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິ ປະໄຕຂອງຕົນ ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 27 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 23 ສະຫາຍ, ຍິງ 2 ສະຫາຍ. ພ້ອມນັ້ນ ຜູ້ແທນກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມ ບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ທີ່ຈະໄຂຂຶ້ນໃນຕໍ່ໜ້າ, ຜູ້ແທນສົມບູນ ຈຳນວນ 11 ສະຫາຍ, ຍິງ 0 ສະຫາຍ, ຜູ້ແທນສຳຮອງ 3 ສະ ຫາຍ, ຍິງ 0 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ພິຈາລະນາຮັບຮອງເອົາການ ແຕ່ງຕັ້ງຄະນະປະຈຳພັກເມືອງ ຈຳນວນ 7 ສະຫາຍ, ຮັບຮອງເອົາ ສະຫາຍ ຮືທໍ່ ເພຍຫລວງ ເປັນເລຂາຄະນະບໍລິຫານງານພັກເມືອງອະນຸວົງ, ສະຫາຍ ພັດທະນາ ສີສົມພອນ ເປັນຮອງເລຂາພັກເມືອງ ແລະ ສະຫາຍ ບຸນທະວີ ສຸທຳມະວົງ ເປັນຮອງເລຂາພັກເມືອງ, ຮັບຮອງເອົາ ສະຫາຍ ບົວຈັນ ໄຊປັນຍາ ເປັນປະທານຄະນະກວດກາພັກ, ສະຫາຍ ນາງ ວິໄລວັນ ສຸນາເຄນ ເປັນຮອງປະທານ ຄະນະກວດກາພັກ ແລະ ສະຫາຍ ດາລາຊົ່ງ ໜື່ນສົມພູ ເປັນຮອງປະທານ ຄະນະກວດກາພັກ ຊຸດໃໝ່.
ໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ສະຫາຍໄດ້ເນັ້ນໜັກໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບວຽກງານການເມືອງ-ແນວຄິດ ໃຫ້ເລິກເຊິ່ງ, ເພີ່ມທະວີບົດບາດການນຳພາ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໃຫ້ແຂງແຮງ, ສຸມໃສ່ຈັດຕັ້ງປະຕິບັດທິດທາງ, ໜ້າທີ່, ຄາດໝາຍສູ້ຊົນ ໃນ 6 ເປົ້າ ໝາຍ 29 ແຜນງານ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ແລະ ທ່າແຮງບົ່ມຊ້ອນຂອງເມືອງ, ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ, ລົບລ້າງຄວາມທຸກຍາກ ຕິດ ພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ສືບຕໍ່ພັດທະ ນາຊັບພະຍາກອນມະນຸດທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ສົມຄູ່ກັບການພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ, ແຜນວຽກຈຸດສຸມ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
Cr: ສີລິພອນ ສົງຄໍາ