ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານມະຫະກໍາກິລາເອຊຽນເກມລະດູໜາວ ຄັ້ງທີ 9 ທີ່ນະຄອນຮາບີນ ຢ່າງເປັນທາງການ

Feb 8, 2025

ພິທີເປີດງານມະຫະກໍາກິລາເອຊຽນເກມ ລະດູໜາວ ຄັ້ງທີ 9 (9th Asian Winter Games) ເຊິ່ງເປັນງານມະຫະກຳກິລາລະດູໜາວ ໃຫຍ່ທີ່ສຸດໃນທະວີບອາຊີ ທີ່ ສປ ຈີນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນຕອນຄໍ່າວັນທີ 7 ກຸມພາ 2025 ທີ່ສູນກິລາ ແລະ ວາງສະແດງສາກົນຮາບີນ, ນະຄອນຮາບີນ, ແຂວງເຮີ່ຍລົງຈ່ຽງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວໄຂການງານຢ່າງເປັນທາງການຂອງ ທ່ານ ສີຈິ້ນຜິງ, ປະທານປະເທດຈີນ. ນອກ ນັ້ນຍັງມີບັນດາປະມຸກລັດຈາກປະເທດໃນອາຊີຈຳນວນໜຶ່ງ, ພ້ອມດ້ວຍ ປະທານຄະນະກຳມະການໂອແລມປິກສາກົນ (IOC), ຮອງປະທານສະພາໂອລິມປິກອາຊີ, ຄະນະນໍາ, ຄູຝຶກ, ນັກກິລາຈາກປະເທດທີ່ເຂົ້າຮ່ວມການແຂ່ງຂັນ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.
ງານມະຫະກໍາກິລາເອຊຽນເກມ ລະດູໜາວ ຄັ້ງທີ 9 ພາຍໃຕ້ຄໍາຂັວນ: “ລະດູໜາວແຫ່ງຄວາມຝັນ ສານຮັກທີ່ອາຊີ”
(Dream of Winter, Love among Asia), ທ່ານ ສີຈິ້ນຜິງ ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ ໂດຍມີນັກກິລາຫລາຍກວ່າ 1.200 ຄົນ ຈາກ 34 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມແຂ່ງຂັນທັງ ໝົດ 11 ປະເພດກິລາ, ມີຊີງໄຊກັນທັງ ໝົດ 64 ຫຼຽນຄໍາ ໂດຍຈະແຂ່ງຂັນຮອດວັນທີ 14 ກຸມພາ ຈິ່ງຈະສໍາເລັດ.
ໃນພິທີເປີດງານຄັ້ງນີ້ໄດ້ຈັດໃຫ້ມີການສະແດງຫລາຍລາຍ ການທີ່ສະແດງພະລັງຊີວິດຂອງກິລາລະດູໜາວທີ່ໄດ້ຮັບຄວາມນິ ຍົມນັບມື້ຫຼາຍຂຶ້ນ, ທັງສະແດງໃຫ້ເຫັນມົນສະເໜ່ຂອງກິລາທະ ນະທຳລະດູໜາວຈີນ, ພ້ອມນີ້ ຍັງສະແດງໃຫ້ເຫັນການພັດທະ ນາຂອງຈີນໃນຍຸກໃໝ່ທີ່ເຕັມໄປດ້ວຍຄວາມຮຸ່ງເຮືອງສີວິໄລ.
ນີ້ເປັນຄັ້ງທີ 3 ທີ່ ສປ ຈີນ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາເອຊຽນເກມລະດູໜາວ ຫລັງຈາກເຄີຍເປັນເຈົ້າພາບຈັດຂຶ້ນມາແລ້ວ 2 ຄັ້ງ ໃນປີ 1996 ແລະ ປີ 2007.
#ພາບຈາກ: Xinhuanet+ Asian Winter Games 2025
ไม่มีคำอธิบายรูปภาพ
อาจเป็นรูปภาพของ 1 คน, ฝูงชน, โรงกลั่นน้ำมัน และ ข้อความพูดว่า "XINHUA NEWS"
ไม่มีคำอธิบายรูปภาพ
อาจเป็นรูปภาพของ 1 คน และ ข้อความพูดว่า "XINHUA NEWS"
อาจเป็นรูปภาพของ ของเล่น และ ข้อความพูดว่า "XINHUA NEWS XINHUA"
อาจเป็นรูปภาพของ 3 คน และ งานแต่งงาน
อาจเป็นรูปภาพของ 3 คน
อาจเป็นรูปภาพของ กำลังเต้น
ไม่มีคำอธิบายรูปภาพ
อาจเป็นรูปภาพของ 1 คน, กำลังเต้น และ ข้อความพูดว่า "XINHUA SEWS"
May be an image of 1 person
May be an image of dancing, skates and text
May be an image of text
May be an image of the Great Wall of China and text