ມອບໃບອະນຸຍາດຜະລິດ ແລະ ອອກອາກາດລາຍການງານກິລາໂອລິມປິກລະດູໜາວ ມິລານ-ໂຄຕິນາ ແດມເປໂຊ 2026ໃຫ້ແກ່ທີມງານຜະລິດສັນຍານສາທາລະນະສາກົນຂອງ CMG

ໃນໂອກາດໄຂງານມະຫາກຳກິລາເອຊຽນເກມລະດູໜາວ ຄັ້ງທີ 9 ຢູ່ນະຄອນຮາບີນຂອງຈີນ, ທ່ານ ໂທມາສ ບາສ, ປະທານຄະນະກຳມະການໂອລິມປິກສາກົນ ໄດ້ເດີນທາງໄປຢ້ຽມຢາມສູນວິທະຍຸສາກົນຂອງງານກິລາຄັ້ງນີ້ ພ້ອມທັງຮ່ວມກັບທ່ານເຊີ້ນໄຫຊົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ມອບໃບອະນຸຍາດຜະລິດ ແລະ ອອກອາກາດລາຍການງານກິລາໂອລິມປິກລະດູໜາວ ມິລານ-ໂຄຕິນາ ແດມເປໂຊ 2026 ໃຫ້ແກ່ທີມງານຜະລິດສັນຍານສາທາລະນະສາກົນຂອງ CMG.
Cr: CMG


