ໃນຊຸມປີມໍ່ໆມານີ້, ການຫຼອກລວງທາງໂທລະຄົມຂ້າມຊາດຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ນັບມື້ນັບຮ້າຍແຮງຂຶ້ນ ເຊິ່ງເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ຄວາມປອດໄພດ້ານຊີວິດ ແລະ ຊຊັບສິນຂອງປະຊາຊົນ ກໍຄືສະຖຽນລະພາບຂອງສັງຄົມບັນດາປະເທດໃນພາກພື້ນນີ້. ເມື່ອປະເຊີນໜ້າກັບບັນຫາທີ່ສັບສົນດັ່ງກ່າວ, ຈີນ ແລະ ບັນດາປະເທດໃນພາກພື້ນໄດ້ເພີ່ມທະວີການຮ່ວມມື, ປະຕິບັດມາດຕະການຢ່າງເດັດດ່ຽວ ເພື່ອຮ່ວມກັນປາບປາມການຫຼອກລວງທາງໂທລະຄົມຂ້າມຊາດ.
ນັບແຕ່ວັນທີ 5 ກຸມພານີ້ເປັນຕົ້ນມາ, ອົງການພະລັງງານໄຟຟ້າຂັ້ນທ້ອງຖິ່ນຂອງໄທໄດ້ຕັດການສະໜອງໄຟຟ້າໃຫ້ມຽນມາທີ່ຢູ່ເຂດຊາຍແດນໄທ-ມຽນມາ ເພື່ອປາບປາມການຫຼອກລວງທາງໂທລະຄົມ ເຮັດໃຫ້ເຂດທ່າຂີ້ເລັກຂອງມຽນມາຈຳເປັນຕ້ອງໄດ້ອາໄສການສະໜອງໄຟຟ້າຈາກລາວ. ແຕ່ໃນວັນທີ 7 ກຸມພານີ້, ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ໄດ້ພົບປະກັບ ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ. ທ່ານ ໂພໄຊ ໄຊຍະສອນ ຢືນຢັນຢ່າງຈະແຈ້ງວ່າ: ລາວໄດ້ປະຕິບັດມາດຕະການຈຳກັດການສະໜອງໄຟຟ້າໃຫ້ເຂດທ່າຂີ້ເລັກຂອງມຽນມາ ແລະ ຈະບໍ່ອະນຸຍາດໃຫ້ນຳໃຊ້ໄຟຟ້າຈາກລາວເຂົ້າໃນການສະໜັບສະໜູນວຽກງານໃດໆ ນອກຈາກນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນຂອງປະຊາຊົນ ໂດຍສະເພາະແມ່ນການຫຼອກລວງທາງໂທລະຄົມແລະ ອາຊະຍະກຳອື່ນໆ.
ນອກນີ້, ໃນຫວ່າງມໍ່ໆມານີ້, ທ່ານຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານຂອງກະຊວງໄປສະນີ-ໂທລະຄົມ ກຳປູເຈຍ ວ່າ: ທ່ານຈະນຳພາວຽກງານດ້ວຍຕົນເອງ ເພື່ອປາບປາມການຫຼອກລວງທາງໂທລະຄົມ, ການຄ້າມະນຸດ ແລະ ອາຊະຍະກຳອື່ນໆ ຢ່າງແຂງແຮງ ແລະ ຮອບດ້ານ.
ມາດຕະການດັ່ງກ່າວບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວຂອງລັດຖະບານລາວ, ໄທ, ກໍາປູ ເຈຍ ແລະ ປະເທດອື່ນໆໃນອາຊີຕາເວັນອອກສຽງໃຕ້ໃນດ້ານການປາບປາມການຫຼອກລວງທາງໂທລະຄົມ ເທົ່ານັ້ນ, ຍັງໄດ້ສ້າງແບບຢ່າງທີ່ດີໃຫ້ແກ່ການຮ່ວມມືພາຍໃນພາກພື້ນດັ່ງກ່າວ ອີກດ້ວຍ.
ອາຊະຍະກຳຫຼອກລວງທາງໂທລະຄົມທີ່ມີລັກສະນະຂ້າມຊາດ, ຫລົບລີ້ ແລະ ສັບສົນ ແມ່ນຍາກທີ່ຈະປາບປາມໄດ້ ດ້ວຍກຳລັງແຮງຂອງປະເທດດຽວ. ສະນັ້ນ, ບັນດາປະເທດພາຍໃນພາກພື້ນມີຄວາມຈຳເປັນທີ່ສຸດຕ້ອງເພີ່ມທະວີການຮ່ວມມື ແລະ ສຸມກຳລັງຮ່ວມກັນ. ສິ່ງທີ່ໜ້າຊົມເຊີຍນັ້ນກໍຄື ຈີນ ແລະ ບັນດາປະເທດໃນພາກພື້ນໄດ້ດຳເນີນການຮ່ວມມືກັນໃນດ້ານການປາບປາມການຫຼອກລວງທາງໂທລະຄົມຂ້າມຊາດ ແລະ ໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ. ຍົກຕົວຢ່າງ: ຈີນ ແລະ ມຽນມາໄດ້ລົງເລິກການຮ່ວມມືດ້ານວຽກງານຕຳຫຼວດສາກົນ, ມີຜູ້ຖືກສົງໄສຕ້ອງໂທດການຫຼອກ ລວງທາງໂທລະຄົມ 50.000 ຄົນ ໄດ້ຖືກສົ່ງກັບຄືນຈີນ, ທ່າອ່ຽງຂອງການຫຼອກລວງທາງໂທລະຄົມທີ່ເກີດຂຶ້ນເລື້ອຍໆຢູ່ພາກເໜືອຂອງມຽນມາໄດ້ຮັບການສະກັດກັ້ນ ແລະ ແກ້ໄຂຢ່າງມີປະສິດທິຜົນ. ໃນລະຫວ່າງເດືອນສິງ ຫາເດືອນທັນວາປີ 2024, ສູນຮ່ວມມືການປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ- ແມ່ນ້ຳຂອງ ໄດ້ປະສານສົມທົບກັບອົງການປະຕິບັດກົດໝາຍຂອງ 6 ປະເທດ ຄື: ຈີນ, ລາວ, ໄທ, ມຽນມາ, ກຳປູເຈຍ ແລະ ຫວຽດນາມ ເພື່ອຈັດຕັ້ງປະຕິບັດກົດໝາຍຮ່ວມກັນພາຍໃຕ້ລະຫັດ “ນົກນາງນວນ” ແລະ ສາມາດມ້າງຄະດີປະເພດຕ່າງໆໄດ້ 160 ກວ່າຄະດີ, ຈັບກຸມຜູ້ຕ້ອງຫາໄດ້ຫຼາຍກວ່າ 70.000 ຄົນ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ 160 ກວ່າຄົນ.
ການປາບປາມການຫຼອກລວງທາງໂທລະຄົມ ຕ້ອງປະຕິບັດຮ່ວມກັນຢ່າງເດັດຂາດຕໍ່ເນື່ອງ ແລະ ຍາວນານ. ສູນຮ່ວມມືການປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ວາງແຜນຈະເລີ່ມການປະຕິບັດກົດໝາຍຮ່ວມ ພາຍໃຕ້ລະຫັດ “ນົກນາງ ນວນ” ເປັນຄັ້ງທີສອງໃນເວລາທີ່ເໝາະສົມ ໂດຍສືບຕໍ່ສຸມກຳລັງເຂົ້າໃນການແກ້ໄຂບັນຫາການຫຼອກລວງທາງໂທລະຄົມ ແລະ ອາຊະຍະກຳອື່ນໆທີ່ກ່ຽວຂ້ອງ.
ນອກນີ້, ບັນດາປະເທດພາຍໃນພາກພື້ນກຳລັງພິຈາລະນາສ້າງກົນໄກໄລຍະຍາວເພື່ອປາບປາມການຫຼອກລວງທາງໂທລະຄົມ ເຊິ່ງລວມທັງການຈັດການເຄື່ອນໄຫວຮ່ວມກັນເປັນປະຈຳ, ເຕັກໂນໂລຊີຕໍ່ຕ້ານການຫຼອກລວງ ແລະ ລະບົບຂ່າວລັບທີ່ເປັນມືອາຊີບ ແລະ ການມີສ່ວນຮ່ວມຂອງຂົງເຂດທະນາຄານ ແລະ ໂທ ລະຄົມ.
ເວົ້າລວມແລ້ວ, ການປາບປາມການຫຼອກລວງທາງໂທລະຄົມຂ້າມຊາດເປັນໜ້າທີ່ວຽກງານທີ່ໜັກໜ່ວງ ແລະ ຍາວນານ. ການຈຳກັດການສະໜອງໄຟຟ້າຂອງລາວ, ການຕັດການສະໜອງໄຟຟ້າຂອງໄທ ແລະ ຜົນສຳເລັດຂອງການປະຕິບັດກົດໝາຍຮ່ວມພາຍໃຕ້ລະຫັດ “ນົກນາງນວນ” ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມສາມາດຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນການປາບປາມການຫຼອກລວງທາງໂທ ລະຄົມຂ້າມຊາດ. ໃນອະນາຄົດ, ບັນດາປະເທດພາຍໃນພາກພື້ນດັ່ງກ່າວ ຕ້ອງສືບຕໍ່ເພີ່ມທະວີການ ຮ່ວມມື, ປະຕິບັດບັນດາມາດຕະການທີ່ວາງອອກຢ່າງແຂງແຮງກວ່າເກົ່າ ຈຶ່ງຈະສາມາດສະກັດກັ້ນອາຊະຍະກຳຫຼອກລວງທາງໂທລະຄົມ ໄດ້ໂດຍພື້ນຖານ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ສ່ວນຈີນກໍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງກັບບັນດາປະເທດທີ່ກ່ຽວຂ້ອງໃນພາກພື້ນ, ປະຕິບັດມາດຕະການຢ່າງເດັດດ່ຽວ ເພື່ອຮ່ວມກັນປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ນັບມື້ດີຂຶ້ນກວ່າເກົ່າ.
ທີ່ມາ: CMG







