ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນກາເຟ-ຊາ ຜົນຜະລິດກະສິກຳພູພຽງບໍລະເວນ ປະຈຳປີ 2025

Feb 9, 2025

ບຸນກາເຟ – ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ປະ ຈຳປີ 2025 ເລີ່ມຂຶ້ນຢ່າງເປັນທາງການ ທີ່ ອະນຸສາວະລີ ສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ໃນວັນທີ 8 ກຸມພາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນ ຄວາມສະຫງົບ,ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳ ປາສັກ.
ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກຊ່ອງ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ ເພື່ອເປັນການສົ່ງ ເສີມການຜະລິດຂອງຊາວ ສວນກາເຟ-ຊາ ແລະ ຜົນຜະລິດກະສິກຳ ແຂວງຈໍາປາສັກ ແລະ ບັນດາ ແຂວງຜູ້ປະກອບການທຸລະກິດກາເຟ-ຊາຈາກ ທົ່ວປະ ເທດ ຮັບຮູ້ ແລະ ເຂົ້າໃຈເຖີງປະຫວັດຄວາມເປັນ ມາຂອງກາເຟ- ຊາ ພູພຽງບໍລະເວນ, ຄວາມຫຼາກຫຼາຍດ້ານແນວພັນຊະນິດກາເຟ, ວິຖີຊີວິດຊາວສວນ ເມືອງປາກຊ່ອງ ທີ່ຕິດພັນກັບການ ສ້າງຄຸນຄ່າໃນການຜະລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມ ໃນໝູ່ຄົນລຸ້ນ ໃໝ່ໃຫ້ມີວັດທະນະທຳການດື່ມກາເຟ-ຊາ ພູພຽງບໍລະເວນ.
ສ້າງຕ່ອງໂສ້ມູນຄ່າການຜະລິດ, ການສົ່ງເສີມ ການຕະຫຼາດ ແລກປ່ຽນຊື້-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກ. ນັບແຕ່ຊາວ ສວນຜູ້ຜະລິດ ຜ່ານຂະບວນເຕັກນິກການຄັດເລືອກຄຸນ ນະພາບເມັດກາເຟ-ຊາ, ການຂົ້ວ, ການປຸງແຕ່ງ ໃນຫຼາຍຂັ້ນຕອນ, ຈົນ ຮອດສິລະປະການຊົງກາເຟ ທີ່ເປັນເອກະລັກ ຮັກສາຣົດຊາດສະເພາະ ກາເຟ-ຊາພູພຽງບໍລະເວນ ເວົ້າລວມ, ເວົ້າສະເພາະ ທີ່ເມືອງປາກຊ່ອງ ຜືນແຜ່ນດີນຄໍາ ແລະ ດິນພູໄຟສົມຄໍາຊ່າລື ຈາກສວນ-ສູ່ຈອກຂອງຜູ້ຊົມໃຊ້.
ພາຍໃນງານຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນ ໃນການພັດທະນາກາເຟ-ຊາ ພູ ພຽງບໍລະເວນ ເປັນຕົ້ນ: ງານວາງສະແດງ ແລະ ຂາຍສິນຄ້າ ຜົນຜະລິດ ແລະ ຜະລິດຕະ ພັນກາເຟ-ຊາ, ພືດຜັກເມືອງ ໜາວ ແລະ ສິນຄ້າ ODOP ຈາກບັນດາເມືອງອ້ອມຂ້າງແຂວງ ຈຳປາສັກ, ຊີມຣົດຊາດການປຸງ ແຕ່ງກາ ເຟ-ຊາ ຂອງຮ້ານກາ ເຟ-ຊາ ຈາກບັນດາແຂວງໃນທົ່ວປະເທດ.
ການສໍາມະນາວິທະຍາສາດ ໃນຫົວຂໍ້: ບົດຮຽນໃນການສົ່ງ ເສີມການຜະລິດເພື່ອຍົກສູງປະລິມານ ແລະ ຄຸນນະພາບກາເຟລາວ, ສະພາບການປຸງແຕ່ງ ແລະ ການສົ່ງອອກກາເຟ, ນະໂຍບາຍ ແລະ ການເຂົ້າສູ່ຕະຫຼາດຕ່າງປະເທດຂອງກາເຟລາວ, ລະບຽບ ການ SPS ໃນການເຈລະຈາສິນຄ້າກາເຟ ກັບຄູ່ຄ້າຕ່າງປະເທດ.
ການປະກວດ ແລະ ແຂ່ງຂັນການຊົງ ແລະ ຊິມຄຸນນະພາບກາເຟ Barista, ການທ່ຽວຊົມສວນກາເຟ ແລະ ແຫຼ່ງທ່ອງ ທ່ຽວທຳມະຊາດ ທີ່ເມືອງປາກຊ່ອງ ຖ່າມກາງອາກາດທີ່ໜາວເຢັນ.
ພາຍໃນງານບະນກາເຟ ມີຮ້ານວາງສະແດງສິນຄ້າທັງໝົດ 70 ກວ່າຫົວໜ່ວຍ ເຊິ່ງມີທັງພາຍໃນແຂວງແລະ ຕ່າງແຂວງ ລວມມູນຄ່າຜະລິດຕະພັນທີ່ຢູ່ໃນງານ ປະມານ 10 ຕື້ກີບ ຄາດ ວ່າຈະມີເງິນໝຸນວຽນໃນແຕ່ລະວັນ 1 ຕື້ກວ່າກີບ.
ງານເທດສະການບຸນກາເຟ – ຊາ ຂອງຊາວເມືອງປາກຊ່ອງ ແມ່ນໜຶ່ງໃນ 12 ກິດຈະກຳທີ່ກຳນົດເຂົ້າໃນກິດຈະກຳການທ່ອງ ທ່ຽວຂອງແຂວງຈຳປາສັກ ເຮັດໃຫ້ບັນຍາກາດການທ່ອງທ່ຽວພາຍໃນເມືອງມີຄວາມຄຶກຄື້ນ.
ບຸນກາເຟ – ຊາ ຜົນຜະລິດກະສິກຳພູພຽງບໍລະເວນ ປະຈຳ ປີ 2025 ທີ່ເມືອງປາກຊ່ອງ ແຂວງຈຳປາສັກຈະດຳເນີນໄປຮອດທີ 10 ກຸມພາ ຈິ່ງຈະສຳເລັດ.
Cr: :ປະພິດ ສີສົມບູນ+ເກດສະໜາ ແກ້ວສຸວັນນະແສງ