ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສີຈິ້ນຜິງ ຊີ້ນຳໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເລັ່ງໃຫ້ການຊ່ວຍເຫລືອປະຊາຊົນ ຕໍ່ເຫດການດິນພູເຈື່ອນ ທີ່ເກີດຂຶ້ນຢູ່ເມືອງຈວິ່ນຫຼຽນ ນະຄອນຢີປິ່ນ ແຂວງເສສວນ

Feb 9, 2025

ເວລາປະມານ 11 ໂມງ 50 ນາທີ ຂອງວັນທີ 8 ກຸມພານີ້, ຢູ່ບ້ານຈິ່ນຜິງ ຕາແສງມູ້ໄອ້ ເມືອງຈວິ່ນຫຼຽນ ນະຄອນຢີປິ່ນ ແຂວງເສສວນ ຈີນ ໄດ້ເກີດເຫດດິນພູເຈື່ອນ. ນັບມາຮອດເວລາ 17 ໂມງຂອງວັນທີ 8 ກຸມພານີ້, ດິນພູເຈື່ອນໄດ້ເຮັດໃຫ້ເຮືອນຊານຂອງປະຊາຊົນ 10 ຄອບຄົວຖືກທັບຖົມ, 30 ກວ່າຄົນຫາຍສາບສູນ.
ຫລັງຈາກໄພພິບັດເກີດຂຶ້ນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະ ຫານສູນກາງຈີນ ໄດ້ອອກຄຳສັ່ງຊີ້ນຳສຳຄັນວ່າ: ເມືອງຈວິ່ນຫຼຽນ ນະຄອນຢີປິ່ນ ແຂວງເສສວນ ເກີດເຫດດິນພູເຈື່ອນ ເຮັດໃຫ້ມີຫຼາຍຄົນຫາຍສາບສູນ. ທຸກພາກ ສ່ວນຕ້ອງສຸມໃສ່ເຮັດທຸກວິທີທາງເພື່ອຊອກຄົ້ນຫາຜູ້ຫາຍສາບສູນ, ພະຍາຍາມຈົນສຸດຄວາມສາມາດເພື່ອເຮັດໃຫ້ຜູ້ບາດເຈັບ ແລະເສຍຊີວິດຫຼຸດຜ່ອນລົງເທົ່າທີ່ຈະໜ້ອຍໄດ້ ພ້ອມທັງເຮັດວຽກຕ່າງໆເຊັ່ນແກ້ໄຂບັນຫາຫຼັງເກີດໄພພິບັດໃຫ້ດີເປັນຕົ້ນ. ຕ້ອງເພີ່ມທະວີການເຝົ້າຕິດຕາມ ແລະເຕືອນໄພລ່ວງໜ້າ, ເອົາໃຈໃສ່ວຽກກູ້ໄພຕາມຫຼັກວິທະຍາສາດເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຕາມມາ.
ຄຽງຄູ່ກັນນັ້ນ, ບັນດາເຂດແຄວ້ນ ແລະພາກສ່ວນທີ່ກ່ຽວຂ້ອງຕ້ອງສ້າງໃຫ້ມີສະຕິຢູ່ສະເໝີຕໍ່ຄວາມສ່ຽງທີ່ອາດເກີດຂຶ້ນ, ເພີ່ມທະວີການກວດກາ ແລະກຳຈັດຄວາມສ່ຽງທີ່ຈະເກີດໄພພິບັດຕ່າງໆ ແລະບັນຫາຄວາມປອດໄພດ້ານການຜະລິດ, ເພີ່ມທະວີການປະຕິບັດໜ້າທີ່ຮັບຜິດຊອບໃຫ້ເປັນຮູບປະທຳ, ເດັດດ່ຽວປ້ອງກັນບໍ່ໃຫ້ເກີດໄພພິບັດແລະອຸບັດເຫດຮ້າຍແຮງ ເພື່ອປົກປ້ອງຄວາມປອດໄພດ້ານຊີວິດ ແລະຊັບສິນຂອງປະຊາຊົນຢ່າງແທ້ຈິງ.
Cr: CMG