ໃນຕອນແລງຂອງ ວັນທີ່ 07 ກຸມພາ 2025 ໄດ້ຈັດພິທີມອບ-ຮັບ ຫໍມູນເຊື້ອນັກຮົບນິລະນາມເມືອງໃໝ່ ລະຫວ່າງ ຜູ້ຮັບເໝົາໂຄງການ ກໍຄື ບໍລິສັດ ແກ້ວມະນີ ສຳ ຫຼວດ-ອອກແບບບ້ານ ແລະ ສວນ ຈຳກັດຜູ້ດຽວ ໃຫ້ກອງບັນຊາການທະຫານແຂວງ ແລະ ກອງບັນຊາການທະຫານແຂວງ ມອບໃຫ້ອົງການປົກຄອງເມືອງ ຢູ່ທີສະໂມສອນຫໍມູນເຊື້ອ ນັກຮົບນິລະນາມ ເມືອງໃໝ, ແຂວງຜົ້ງສາລີ.
ການກໍ່ສ້າງ ຫໍມູນເຊື້ອນັກຮົບນິລະນາມດັ່ງກ່າວ ແມ່ນທືນດັດສົມພາຍໃນຂອງກະຊວງປ້ອງກັນປະເທດ ແລະ ເຈົ້າຂອງໂຄງການກໍ່ສ້າງແມ່ນ ບໍລິສັດ ແກ້ວມະນີ ສຳຫຼວດ-ອອກແບບບ້ານ ແລະ ສວນ ໃນໂຄງການກໍ່ສ້າງດັ່ງກ່າວນັ້ນແມ່ນ ໄດ້ກໍ່ສ້າງ ອາຄານຫໍມູນເຊື້ອ-ອະນຸສາວະລີ 1 ຫຼັງ, ທາດອະນຸສາວະລີ 1 ທາດ, ເສັນທາງເບຕົງ 1 ເສັ້ນ ແລະ ຂັນໄດເບຕົງເສີມເຫຼັກ 1 ເສັ້ນ ພາຍຫຼັງເຊິ່ງລວມມູນຄ່າໃນການກໍ່ສ້າງທັງໝົດແມ່ນ 4,974,170,000 ກີບ ເຊິ່ງໃນການກໍ່ສ້າງລວມມີ ອາຄານຫໍມູນເຊື້ອ-ອະນຸສາວະລີ 1 ຫຼັງ, ທາດອະນຸສາວະລີ 1 ທາດ, ເສັນທາງເບຕົງ 1 ເສັ້ນ ແລະ ຂັນໄດເບຕົງເສີມເຫຼັກ 1 ເສັ້ນ.
ພາຍຫຼັງປະຕິບັດຕາມສັນຍາມອບ-ຮັບຊົ່ວຄາວ ສະບັບເລກທີ່25/13/9/2022 ມາຮອດ ວັນທີ 07/02/2025 ໂຄງການດັ່ງກ່າວໄດ້ປະຕິບັດຕາມສັນຍາໄດ້ທັງໝົດ 100% ສະນັ້ນ ບໍລິສັດຮັບເໝົາກໍ່ສ້າງ ໄດ້ມອບໂອນໂຄງການດັ່ງກ່າວໃຫ້ຝ່າຍເຈົ້າຂອງໂຄງ ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ໂຄງການກໍ່ສ້າງ ຫໍມູນເຊື້ອ-ນັກຮົບນິລະນາມ ເມືອງໃໝ່, ແຂວງຜົ້ງສາລີ ຢ່າງເປັນທາງການ.
Cr: ວັນວິໄລ ຖວທ





