ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງພາກສ່ວນຮ່ວມກັນປຶກສາຫາລືເພື່ອແກ້ໄຂບັນຫາການເງິນຂອງປະເທດ

Feb 9, 2025

ສອງພາກສ່ວນຮ່ວມກັນປຶກສາຫາລືເພື່ອແກ້ໄຂບັນຫາການເງິນຂອງປະເທດ
ໃນຕອນເຊົ້າຂອງວັນທີ 07 ກຸມພາ 2025 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມພົບປະສອງຝ່າຍລະຫວ່າງ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງ ການເງິນ ພ້ອມຄະນະ ແລະ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມຄະນະ.
ຈຸດປະສົງເພື່ອເປັນການສືບຕໍ່ປະຕິບັດແນວທາງການເຮັດວຽກ ແລະ ການປະສານງານລະຫວ່າງສອງຂະແໜງການ, ພ້ອມ ທັງສືບຕໍ່ແກ້ໄຂຂໍ້ຫຍຸ້ງຍາກດ້ານການປະສານງານ ແລະ ຮ່ວມກັນປະຕິບັດໜ້າທີ່ການເມືອງໃນການຈັດຕັ້ງປະຕິບັດແຜນງົບປະມານ ແລະ ແຜນເງິນຕາ ທີ່ກໍານົດໄວ້ໃນປີ 2025 ໃຫ້ມີຜົນສໍາເລັດ.
ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດວຽກງານຮ່ວມກັນຂອງທັງສອງຂະແໜງການຕາມຜົນຂອງກອງປະຊຸມໃນຄັ້ງຜ່ານມາ, ພ້ອມທັງໄດ້ປຶກສາຫາລືບັນຫາແລກປ່ຽນຄວາມຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ເປັນຕົ້ນແມ່ນ 1. ການຈັດຕັ້ງປະຕິບັດການລວມສູນງົບປະມານແຫ່ງລັດ ຜ່ານບັນຊີລວມສູນຄັງເງິນແຫ່ງຊາດ ຢູ່ ທຫລ (TSA); 2.ການຈັດຕັ້ງປະຕິບັດການຈັດເກັບລາຍຮັບງົບປະມານແຫ່ງລັດເປັນເງິນກີບ; 3. ການສໍາຮອງເງິນຕາຕ່າງປະ ເທດຂອງ ທຫລ ໃຫ້ກະຊວງການເງິນ; 4. ການຈັດຕັ້ງປະຕິບັດ ການດັດສົມສິນຄ້ານໍາເຂົ້າ ແລະ ຫົວໜ່ວຍນໍາເຂົ້າ, ແລະ ບັນຫາອື່ນໆ.
ກອງປະຊຸມໄດ້ສຸມໃສ່ການຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາຄິດເຫັນຕໍ່ກັບບັນຫາຕ່າງໆທີ່ໄດ້ຍົກຂຶ້ນ ເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ຈະພ້ອມກັນສືບຕໍ່ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ພາກປະຕິບັດຕົວຈິງໃນຕໍ່ໜ້າໃຫ້ເກີດໝາກຜົນໃນແຕ່ລະດ້ານ ແລະ ມີປະສິດທິຜົນສູງ.
Cr: ພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ, ຫ້ອງການ ທຫລ.