ຈັບໂຕໄດ້ແລ້ວ!!!! ຜູ້ກໍ່ເຫດທໍາຮ້າຍຄົນຂັບລົດຈັກຮັບຈ້າງເພື່ອປຸ້ນເອົາລົດຈັກ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໃຫ້ຮູ້ໃນວັນທີ 9 ກຸມພານີ້ວ່າ: ໃນວັນທີ 6 ກຸມພາ 2025 ເວລາ 10:06 ໂມງ ເຈົ້າໜ້າທີ່ກອງບັນຊາ ການ ປກສ ເມືອງຈັນທະບູລີ ໄດ້ຮັບແຈ້ງຄວາມຈາກ ທ້າວ ຂັນທອງ ອາຍຸ 26 ປີ, ອາ ຊີບ ພະນັກງານ. ປັດຈຸບັນຢູ່ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ຜູ້ຖືກເສຍຫາຍ ): ວ່າຕົນເອງໄດ້ຂັບລົດຈັກໂດຍສານຮັບຈ້າງ, ໃນວັນທີ 5 ກຸມພາ 2025 ເວລາ 19:30 ໂມງ ໄດ້ມີລູກຄ້າເປັນຜູ້ຊາຍຕິດຕໍ່ຫາໃຫ້ໄປຮັບຢູ່ເຂດບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ພໍໄປຮອດກໍໄດ້ຂື້ນລົດແລ້ວບອກໃຫ້ໄປສົ່ງຢຸ່ເຂດບ້ານດອນແດງ, ເມືອງຈັນທະບູລີ, ພໍໄປຮອດສົ້ນຂົວດອນແດງ ກໍໄດ້ບອກໄຫ້ລ້ຽວລົງຮ່ອມຄອງເໝືອງ ເຂົ້າໄປປະມານ100 ແມັດກໍໄດ້ບອກໃຫ້ຈອດລົດແລ້ວໃຊ້ມີດປາດຄໍແລ້ວຍາດເອົາລົດຈັກ ຍີ່ຫໍ້ ຄິຼກໄອ ສີດຳ ໝາຍເລກທະບຽນ ຈຍ 3637 ບໍລິຄຳໄຊ ຂັບຂີ່ໜີໄປ.
ພາຍຫຼັງໄດ້ຮັບແຈ້ງຄວາມ ກໍໄດ້ຮີບຮ້ອນລາຍງານຕໍ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເພື່ອຊາບ. ຈາກນັ້ນ, ພະແນກ ສືບສວນ-ສອບສວນ ຫ້ອງຕຳ ຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ເມືອງຈັນທະບູລີ ລົງກວດກາສະຖານທີ່ ພ້ອມທັງເກັບກຳຂໍ້ມູນຫຼັກຖານຕ່າງໆ ກຳນົດເປົ້າໝາຍຄື ຄົນຮ້າຍຜູ້ທີ່ກໍ່ເຫດ ຊື່ ທ້າວ ຄຳປະສົງ ຫຼື ນາລົງ ອາຍຸ 33 ປີ, ເຊື້ອຊາດ ສັນຊາດ ລາວ, ວ່າງງານ ພັກເຊົາຢູ່ບ້ານ ໂພນຕ້ອງສະຫວາດ ເມືອງຈັນທະບູລີ.
ວັນທີ 7 ກຸມພາ 2025 ເຈົ້າໜ້າທີ່ໄດ້ຂໍ້ມູນວ່າຜູ້ກ່ຽວກຳລັງຫຼົບໜີລົງເມືອແຂວງຈຳປາສັກ. ຈາກນັ້ນ, ຈິ່ງໄດ້ແຕ່ງຕັ້ງກຳລັງ ເຈົ້າໜ້າທີ່ຫ້ອງຕຳຫຼວດ ແລະ ປກສ ເມືອງຈັນທະບູລີ ລວມ 5 ສະຫາຍ ຕິດຕາມນຳລົງໄປປະສານສົມທົບກັບ ເຈົ້າ ໜ້າທີ່ ປກສ ແຂວງຈຳປາສັກ ແລະ ປກສ ເມືອງປະທຸມພອນ ຮອດເວລາ 11:10 ໂມງຂອງວັນທີ 8 ກຸມພາ 2025 ຈຶ່ງເຂົ້າກັກຕົວ ທ້າວ ຄຳປະສົງ ຢູ່ເຮືອນຂອງຜູ້ກ່ຽວຢູ່ບ້ານນາກອກ, ເມືອງປະທຸມພອນ, ແຂວງຈຳປາສັກ ແລ້ວນຳຕົວມາກັກຂັງຢູ່ເມືອງຈັນທະບູລີ ເພື່ອດຳເນີນການສືບສວນ-ສອບສວນໃຫ້ລະອຽດຈະແຈ້ງເພື່ອສະຫຼຸບສຳນວນສົ່ງໃຫ້ອົງການໄອຍະການ ສັ່ງຟ້ອງສານຕັດສິນຕາມກົດໝາຍ.
ລົດຈັກ ແມ່ນສາມາດເກັບກູ້ໄດ້ຄືນແລ້ວ. ສ່ວນສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດໃນແມ່ນຍ້ອນຜູ້ກ່ຽວເປັນໜີ້ ແລະ ຕິດການພະນັນ ( ເກມອອນລາຍ ) ເພື່ອເອົາຊັບຂອງຄົນຂັບລົດຈັກຂົນສົ່ງຮັບຈ້າງ ມາໃຊ້ໜີ້ ແລະ ຫຼິ້ນເກມ.
Cr:ໜັງສືພິມຄວາມສະຫງົບ, ໜ່ວຍງານຂ່າວອາຊະຍາກຳ




