ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ໂພນໄຊ ຄັ້ງທີ X

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນໄຊ ແຂວງຫຼວງພະບາງ ຄັ້ງທີ X ໄດ້ໄຂຂື້ນ ໃນຕອນເຊົ້າຂອງວັນທີ່ 10 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງ. ມີ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຜູ້ແທນຮັບເຊີນ ແລະຜູ້ແທນສົມບູນ ຈຳນວນ 118 ສະຫາຍ ຍີງ 5 ສະຫາຍ ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວເມືອງ ຈຳນວນ 1,821 ສະຫາຍ ເຂົ້າຮ່ວມ.
ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໂພນໄຊ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ໂດຍໄດ້ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ຍົກໃຫ້ເຫັນບັນດາຜົນສຳເລັດທີ່ອົງຄະ ນະພັກເມືອງຍາດມາໄດ້ ໃນການສ້າງສາພັດທະນາເມືອງໂພນໄຊຕະຫຼອດໄລຍະ 49 ປີ ກໍ່ຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ພື້ນການການຜະລິດມີການຂະຫຍາຍຕົວ, ລາຍຮັບຂອງປະຊາຊົນດີຂື້ນ, ການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ໂຮງຮຽນ, ໂຮງໝໍ, ທີ່ຢູ່ອາໄສ ຂອງປະຊາຊົນ ໄດ້ຮັບການກໍ່ສ້າງໃໝ່ຫຼາຍຂື້ນ, ບ້ານທີ່ຊົມໃຊ້ໄຟຟ້າເພີ່ມຂື້ນ, ສະ ຖານທີ່ເຮັດວຽກຂອງບັນດາຂະແໜງການ ນັບມື້ນັບດີຂື້ນ; ເຮັດໃຫ້ບັນດາຄາດ ໝາຍ ທີ່ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງແຕ່ລະຄັ້ງ ມີຜົນສຳເລັດ ຕາມຈຸດປະສົງຄາດໝາຍ, ມີບາງດ້ານກໍ່ລື່ນແຜນການ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເປັນຂອງທວງປວງຊົນຫຼາຍຂື້ນ, ເຮັດໃຫ້ທົ່ວເມືອງ ມີສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາດີຂຶ້ນ. ຍ້ອນມີແນວທາງນະໂຍ ບາຍອັນຖືກຕ້ອງຂອງພັກ ແລະການເອົາໃຈໃສ່ ໃກ້ຊິດຕິດແທດຂອງຄະນະປະຈໍາພັກແຂວງ, ບັນດາພະແນກການກ່ຽວຂ້ອງຂອງແຂວງ ໄດ້ໃຫ້ການສະໜັບໜູນ ແລະຍູ້ແຮງທາງດ້ານວິຊາສະເພາະຕາມສາຍຕັ້ງ ແລະສາຍຂວາງ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງໄດ້ເປັນຢ່າງດີ.
ພະນັກງານ-ສະມາຊິກພັກ ໄດ້ມີຄວາມພະຍາຍາມຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງບົດບາດຄວາມເປັນແບບຢ່າງນໍາໜ້າ, ມີຄວາມສະດຸ້ງໄວ ແລະກ້າຫານຕັດສິນໃຈແກ້ໄຂບັນຫາຢ່າງທັນການ. ເສີມຂະຫຍາຍໄດ້ມູນເຊື້ອຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ, ຄວາມເປັນເອກະພາບຂອງຄະນະພັກທຸກຂັ້ນ; ລະດົມໄດ້ກໍາລັງແຮງສັງ ລວມຂອງສັງຄົມເຂົ້າໃນການພັດທະນາ. ຍ້ອນຄວາມຮັບຜິດຊອບ, ຄວາມເປັນແບບ ຢ່າງຂອງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນໃນການຜັນຂະຫຍາຍມະຕິ, ຄຳສັ່ງຕ່າງໆລົງສູ່ຮາກຖານ ແລະການສະໜັບສະໜູນຂອງປະຊາຊົນ, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ; ຍ້ອນຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ນຳ ພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງທົ່ວປວງຊົນຮອບດ້ານ, ທົ່ວເຖິງ, ເລິກເຊິ່ງ, ຈິ່ງເຮັດໃຫ້ເມືອງໂພນໄຊມີຄວາມສະຫງົບ, ປອດໄພໂດຍພື້ນຖານ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນໄຊຄັ້ງນີ້ ດຳເນີນພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດ ນໍາພາຂອງຄະນະພັກທຸກຂັ້ນ, ເຊີດຊູນ້ຳໃຈຮັກຊາດເປັນເຈົ້າຕົນເອງ, ສ້າງໃຫ້ເມືອງໂພນໄຊກາຍເປັນເມືອງເຂັ້ມ ແຂງທາງດ້ານການປູກຝັງ-ລ້ຽງສັດທີ່ມີຄຸນນະພາບ, ເລັ່ງໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຕາມທ່າແຮງ ບົ່ມຊ້ອນ”. ພາຍຫຼັງທີ່ສະຫາຍເລຂາຄະນະບໍລິຫານງານພັກເມືອງ ໄດ້ຂື້ນຜ່ານຮ່າງລາຍງານການເມືອງສຳເລັດ ຜູ້ແທນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງ ແຜນພັດທະນາເສດຖະກິດສັງຄົມ, ຮັບຟັງການປະກອບຄຳເຫັນຈາກບາງຕົວແບບ ພ້ອມນັ້ນ ຄະນະບໍລິຫານພັກເມືອງຊຸດເກົ່າ ຈະໄດ້ຜ່ານບົດສຳຫຼວດການນຳພາລວມ ແລະກ່າວລາໜ້າທີ່ ເພື່ອໃຫ້ຜູ້ແທນສົມບູນກອງປະຊຸມໃຫຍ່ ໄດ້ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ໂດຍຈະດຳເນີນເປັນເວລາ 2 ວັນຈື່ງຈະສຳເລັດ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ເພັດສາຄອນ ສີມມະວົງ





