ໄຂກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກເມືອງແກ່ນທ້າວ

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 10 ກຸມພານີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ຄໍາປຸ່ນ ນວນສະບັບ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ ແກ່ນທ້າວ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີແຂກຮັບເຊີນ ແລະ ມີຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດທົ່ວເມືອງ 1.555 ສະຫາຍເຂົ້າຮ່ວມ.
ສະຫາຍ ຄໍາປຸ່ນ ນວນສະບັບ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງນີ້, ຈະໄດ້ພ້ອມກັນທົບທວນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ VII, ພ້ອມກັນກໍານົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງແກ່ນທ້າວແຕ່ນີ້ຮອດປີ 2029, ພ້ອມດຽວກັນກໍໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ. ຈາກນັ້ນ, ສະຫາຍ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ ກໍໄດ້ຂຶ້ນຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຊຶ່ງເສດຖະກິດຂອງເມືອງບັນລຸສະເລ່ຍ 6.5% ຕໍ່ປີ. ໃນນີ້, ຂະແໜງກະສິກຳເພີ່ມຂຶ້ນ 3% ກວມເອົາ 39.35%; ຂະແໜງອຸດສາຫະກຳເພີ່ມຂຶ້ນ 10.5% ກວມເອົາ 28.01% ແລະ ຂະແໜງບໍລິການເພີ່ມຂຶ້ນ 9% ກວມເອົາ 32,64%, ລວມຍອດມູນຄ່າຜົນຜະລິດພາຍໃນ ໄດ້ທັງໝົດ 1,055.91 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 24.22 ລ້ານກີບ, ທຽບໃສ່ແຜນການປະຕິບັດໄດ້ 71%, ການຈັດເກັບລາຍຮັບງົບປະມານປະຕິບັດໄດ້ 36.17 ຕື້ກີບ ເທົ່າກັບ117.47% ຂອງແຜນການ, ການຄຸ້ມຄອງລາຍຈ່າຍປະຕິບັດໄດ້ 12.01 ຕື້ກີບ ເທົ່າກັບ 97.91%, ສາມາດຜະລິດເຂົ້າໄດ້ທັງໝົດ 31.367,45ໂຕນ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 761 ກິໂລ/ຄົນ, ການປູກພືດສະບຽງອາຫານສາມາດຜະລິດໄດ້ 831.97 ເຮັກຕາ, ຜົນຜະລິດ 6,556.43ໂຕນ, ການຜະລິດພືດເປັນສິນຄ້າເນື້ອທີ 20,503.43 ເຮັກຕາ, ຜົນຜະລິດໄດ້ທັງໝົດ 578,157.74 ໂຕນ, ການລ້ຽງສັດໄດ້ຫັນໄປສູ່ການລ້ຽງລັກສະນະແບບເປັນຟາມ ຕິດພັນກັບການຮັກສາສຸຂະພາບສັດເຮັດໃຫ້ອັດຕາການຂະຫຍາຍຕົວຂອງສັດເພີ່ມຂຶ້ນ 16.18% ຕໍ່ປີ; ສາມາດສະໜອງຊີ້ນ, ໄຂ່ ແລະ ປາສະເລ່ຍ 73.87 ກິໂລ/ຄົນ/ປີ. ໃນກອງປະຊຸມຜູ້ແທນຍັງຈະໄດ້ພ້ອມກັນຄົ້ນຄົ້ວ ແລະ ຮັບຮອງເອົາບັນດາເອກະສານສຳຄັນທີ່ເປັນຍຸດທະສາດຂອງຄະນະບໍລິຫານງານພັກຄັ້ງທີ VIII, ຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ຮັບຟັງການປະກອບຄໍາຄິດ ຄໍາເຫັນຂອງບັນດາຫ້ອງການ, ກົມກອງ ແລະ ຕົວແບບດ້ານຕ່າງໆ, ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເລຂາພັກແຂວງ.
(ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ)



