ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງດາກຈຶງ ຄັ້ງທີ XVI

Feb 10, 2025

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງດາກຈຶງ ຄັ້ງທີ XVI
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງດາກຈຶງ ແຂວງເຊກອງ ຄັ້ງທີ XVI ໄຂຂຶ້ນໃນວັນທີ 10 ກຸມພາ ນີ້, ທີ່ສະໂມສອນເມືອງດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ເພັງນາ ຈັນທະພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງດາກຈຶງ ແລະ ເປັນກຽດເຂົ້າຮ່ວມມີສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ.
ສະຫາຍ ເພັງນາ ຈັນທະພອນ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ໄຂຂຶ້ນໃນທ່າມກາງເຫດການ ການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ທັງເປັນກົດເກນ ແລະ ບາດລ້ຽວປະຫວັດສາດ ໃນການກໍານົດທິດທາງ, ໜ້າທີ່ສໍາຄັນສໍາລັບການພັດທະນາເມືອງດາກຈຶງ ເພື່ອກ້າວສູ່ຈຸດ ໝາຍທີ່ວາງໄວ້ດ້ວຍເງື່ອນໄຂໃໝ່. ກອງປະຊຸມ, ຈະໄດ້ດໍາເນີນໄປເປັນເວລາ 2 ວັນ ໂດຍຈະໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XV ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໃນໄລຍະ 5 ປີ (2020-2024) ຜ່ານມາ ເພື່ອຊອກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອນໍາໄປແກ້ໄຂໃຫ້ຖືກຕ້ອງ, ວ່ອງໄວ ແລະ ທັນການ. ພ້ອມນັ້ນ, ກໍຖອດຖອນເອົາເປັນບົດຮຽນທີ່ດີ ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານໃນຊຸມປີຕໍ່ໆໄປ, ບົນພື້ນຖານມີການວິເຄາະ-ວິໄຈສະພາບຄວາມເປັນຈິງ ແລະ ແທດເໝາະກັບແນວທາງນະໂຍບາຍ ຂອງພັກ, ພ້ອມທັງ ຮັບຮອງເອົາທິດທາງຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານແຕ່ລະດ້ານໃນຊຸມປີຕໍ່ໜ້າ ເພື່ອແນໃສປະຕິບັດແນວທາງຂອງພັກ, ແຜນນະໂຍບາຍ ແລະ ລະບຽບກົດໝາຍ ຂອງລັດ ໃນການສ້າງສາພັດທະນາເມືອງດາກຈຶງ ໃຫ້ຫັນໄປສູ່ຄຸນນະພາບໃໝ່.
ໃນກອງປະຊຸມ, ຜູ້ແທນສົມບູນຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງດາກຈຶງ ສະໄໝທີ XVI ຊຶ່ງເປັນການນໍາສູງສຸດ ຂອງພັກຂັ້ນເມືອງ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີປອງດອງເປັນເອກະພາບພາຍໃນພັກ ແລະ ສືບຕໍ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ ແລະ ປະ ຊາຊົນບັນດາເຜົ່າພາຍໃນເມືອງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ເຂົ້າສູ່ຂະບວນການວຽກດງານຕົວຈິງ ແລະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
Cr: ສັນຍາ