ເປີດງານວາງສະແດງສິນຄ້າໃນງານບຸນພຣະທາດສີໂຄດຕະບອງ ປີ 2025

ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃນງານບຸນນະມັດສະ ການພຣະທາດສີໂຄດຕະບອງ ປະຈໍາປີ 2025 ເລີ່ມຂຶ້ນໃນວັນທີ 09 ກຸມພາ ແລະ ຈະສືບຕໍ່ໄປຮອດ ວັນທີ 12 ກຸມພາ 2025 ຢູ່ທີ່ເດີ່ນພຣະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ການຈັດງານບຸນດັ່ງກ່າວ ເພື່ອເປັນການສົ່ງເສີມທາງດ້ານວັດ ທະນະທໍາ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ແລະ ເປັນປັດໄຈໜຶ່ງເພື່ອຊຸກຍູ້-ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂອງທ້ອງຖິ່ນ, ເປັນການສົ່ງເສີມດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ດຶງດູດເອົາມວນຊົນ-ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມ.
ງານໃນປີນີ້ ມີຮ້ານມາວາງສະແດງ ແລະ ຈໍາໜ່າຍສິນຄ້າ 115 ຫົວໜ່ວຍ, ມີມູນຄ່າຫຼາຍກວ່າ 10 ຕື້ກີບ.
Cr: Media Laos




