ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງພາຍໃນແຂວງ

Feb 10, 2025

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງພາຍໃນແຂວງ
ວັນທີ10 ກຸມພາ 2025 ທ່ານບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານພິທີປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງຂັ້ນສູງເມືອງພີນ.
ທ່ານອ່ອນລໍາພັນ ບົວສີແກ້ວ ກຳມະການພັກແຂວງ ຮອງຫົວຫນ້າຄະນະຈັດຕັ້ງແຂວງ ຜ່ານມະຕິຕົກລົງຂອງຄະນະພັກຂັ້ນເທິງ ໃນນີ້: ຍົກຍ້າຍ ທ່ານສຸດໃຈ ໄຊຍະວົງ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງໆພີນ ໄປປະຈໍາການຢູ່ຫ້ອງວ່າການແຂວງ,ຍົກຍ້າຍທ່ານ ຈິດສະຫມອນ ດອນປະເສີດ ກຳມະການປະຈໍາພັກເມືອງ ຮອງເຈົ້າເມືອງພີນ ໄປປະຈໍາການຢູ່ຫ້ອງວ່າການແຂວງ, ສັບປ່ຽນຫນ້າທີ່ ທ່ານຈັນທາ ສ້ວຍພະໄຕ ກຳມະການພັກເມືອງ ຮອງເຈົ້າເມືອງພີນ ຊ່ວຍວຽກກອງປະຊຸມໃຫຍ່ອົງຄະນະພັກເມືອງພີນ.
ແຕ່ງຕັ້ງທ່ານ ພູລັດຕະນະ ພົມມະຫາໄຊ ຮອງປະທານອົງການກວດສອບປະຈໍາພາກກາງ2 ເປັນວ່າການເລຂາພັກເມືອງ ວ່າການເຈົ້າເມືອງພີນ,ແຕ່ງຕັ້ງທ່ານ ທຳມະລາດ ມະນີວົງ ຮອງປະທານກວດກາພັກ-ລັດແຂວງ ເປັນຄະນະປະຈໍາພັກເມືອງ ຮອງເຈົ້່າເມືອງພີນ
ແຕ່ງຕັ້ງທ່ານ ຄົມຄິດ ຍາດຕິວົງ ຮອງຫົວຫນ້າພະແນກການຕ່າງປະເທດ ເປັນກຳມະການພັກເມືອງ ຮອງເຈົ້າເມືອງພີນ.
Cr: Media Laos