ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຍຸບໍ່ຮອດ 18 ປີ ກໍ່ເຫດລັກລົດຈັກມາແລ້ວຫລາຍຄັ້ງ

Feb 10, 2025

ອາຍຸບໍ່ຮອດ 18 ປີ ກໍ່ເຫດລັກລົດຈັກມາແລ້ວຫລາຍຄັ້ງ
ປກສ ແຂວງຫລວງນ້ຳທາ ລາຍງານ ວັນທີ 10 ກຸມພາ 2025 ວ່າ: ນັບແຕ່ເດືອນທັນວາ 2024 ຫາ ມັງກອນ 2025 ນີ້, ໄດ້ຮັບແຈ້ງເຫດກ່ຽວກັບຄົນຮ້າຍເຄື່ອນໄຫວລັກຊັບປະເພດລົດຈັກປະຊາຊົນ ຈຳນວນ 11 ລາຍ. ເຈົ້າໜ້າທີ່ໄດ້ຂຶ້ນບັນຊີເປົ້າໝາຍໃນການຕິດຕາມ, ຮອດວັນທີ 25 ທັນວາ 2024 ແລະ 5 ມັງກອນ 2025 ສາມາດກັກຕົວໄດ້ 3 ຄົນ ຊື່ ທ້າວ ເອັບເອັມ ອາຍຸ 16 ປີ ປະຊາຊົນ ຢູ່ ບ້ານປ່າຄາ ເມືອງລອງ ແຂວງຫລວງນໍ້າທາ, ທ້າວໄກສອນ ອາຍຸ 16 ປີ ປະຊາຊົນ ຢູ່ ບ້ານວຽງທອງ ເມືອງຫລວງນໍ້າທາ ແລະ ທ້າວ ເອກ ອາຍຸ 15 ປີ ນັກຮຽນ ຢູ່ ບ້ານຫລວງ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ພ້ອມຢຶດຂອງກາງລົດຈັກ 4 ຄັນ ມາດໍາເນີນການສອບສວນ.
ທັງ 3 ຄົນ ໃຫ້ການຕໍ່ເຈົ້າໜ້າທີ່ຕຳຫລວດວ່າ: ໃນທ້າຍເດືອນ ທັນວາ 2024 ຫາ ເດືອນ ມັງກອນ 2025 ນີ້ ໄດ້ເຄື່ອນໄຫວລັກລົດຈັກມາແລ້ວຫລາຍຄັ້ງ ຢູ່ເຂດຮ້ານອາຫານ, ຮ້ານບັນເທີງ ແລະ ຮ້ານກິນດື່ມຕ່າງໆ ພາຍໃນແຂວງ ແລະ ບັນດາເມືອງ, ວິທີການລັກແມ່ນໄດ້ຫັກຄໍລົດຈັກ, ພາຍຫລັງທີ່ລັກໄດ້ມາແລ້ວ ແມ່ນໄດ້ມ້າງ ສະ ຫລັບ, ປັບປ່ຽນ ສີອາໄຫຼ່ຂອງລົດ ແລ້ວນຳໄປເລາະຂາຍຕໍ່ຢູ່ຕາມຮ້ານສ້ອມແປງລົດ, ບຸກຄົນ ແລະ ໂພສ໌ຂາຍທາງກຸ່ມເຟສບຸກ.
ປັດຈຸບັນ ທາງເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງ ໄດ້ກັກຂັງພວກກ່ຽວ ທັງ 3 ຄົນ ແລະ ຢຶດຂອງກາງໄວ້ ເພື່ອສືບຕໍ່ສອບສວນຂະຫຍາຍພົນຫາພັກພວກກຸ່ມແກ້ງ ມາດຳເນີນຄະດີຕາມລະບຽບກົດໝາຍ.
Cr: ປກສ ແຂວງຫລວງນໍ້າທາ