ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດເມືອງໂພນໄຊ ຂະຫຍາຍຕົວສະເລ່ຍ 4.2% ຕໍ່ປີ

Feb 10, 2025

ໃນໂອກາດຂື້ນລາຍງານຕໍ່ຜົນສຳເລັດ ຂອງການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX (2020-2024) ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງ ຄະນະພັກເມືອງໂພນໄຊ, ແຂວງຫຼວງພະບາງ ຄັ້ງທີ X ທີ່ໄຂຂື້ນ ໃນຕອນເຊົ້າຂອງວັນທີ 10 ກຸມພາ 2025 ນີ້. ສະຫາຍ ແກ່ນຈັນ ພິລາວັນ ກໍາມະການປະຈຳພັກ ຮອງເຈົ້າ ເມືອງໂພນໄຊ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໂພນໄຊ ໄດ້ຖືເອົາ 6 ເປົ້າໝາຍສໍາຄັນ ໃນນັ້ນ:
– ເປົ້າໝາຍທີ 1 ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະຍືນຍົງ ສາມາດສັງລວມຍອດຜົນຜະລິດພາຍໃນ ບັນລຸ 1,326 ຕື້ກີບ, ອັດຕາຂະຫຍາຍຕົວສະເລ່ຍ 4.2% ຕໍ່ປີ, ສະເພາະປີ 2024 ບັນລຸໄດ້ 444 ຕື້ກີບ, ເທົ່າກັບ 257% ຂອງແຜນການ, ທຽບໃສ່ປີ 2019 ເພີ່ມຂື້ນ 150 ຕື້ກີບ, ສະເລ່ຍລາຍຮັບໄດ້ 12 ລ້ານ 2 ແສນກວ່າກີບ ຫຼື ເທົ່າກັບ 570 ໂດລາ ຕໍ່ຄົນຕໍ່ປີ,
– ເປົ້າໝາຍທີ 2 ຊັບພະຍາກອນມະນຸດມີຄຸນນະພາບ ແລະນໍາໃຊ້ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ ໄດ້ສຸມໃສ່ຂົງເຂດສຶກສາທິການ ແລະກິລາ, ວຽກງານສາທາລະ ນະສຸກ, ວຽກງານແຮງງານ ແລະ ສະຫວັດດີການສັງຄົມ.
– ເປົ້າໝາຍທີ 3 ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂື້ນ, ສັງຄົມທີ່ໜ້າຢູ່ ແລະສີວິ ໄລ ໄດ້ສຸມໃສ່ ເຮັດໃຫ້ເຂດຊົນນະບົດ ແລະເຂດຮ່າງໄກສອກຫຼີກ ໄດ້ຮັບການພັດທະ ນາ ແລະຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ພື້ນຖານໂຄງລ່າງ, ການຄົມມະນາຄົມຂົນສົ່ງ, ພະລັງງານ ແລະບໍ່ແຮ່ ໄດ້ຮັບການປັບປຸງ ແລະສະໜອງໃຫ້ປະຊາຊົນຢ່າງທົ່ວເຖິງ, ສົ່ງເສີມ ແລະສ້າງໂອກາດບົດບາດຍິງຊາຍ, ໄວໜຸ່ມ ແລະຜູ້ດ້ອຍໂອກາດໃຫ້ໄດ້ຮັບການປົກປ້ອງ ແລະພັດທະນາ.
– ເປົ້າໝາຍທີ 4 ການຮັກສາຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ສາມາດຮັບມືກັບການປ່ຽນແປງສະພາບອາກາດ ແລະໄພພິບັດຕ່າງໆ ໄດ້ສຸມໃສ່ ຄຸ້ມຄອງ ແລະນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ, ການເຕີບໂຕສີຂຽວ ແລະການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ການກຽມຄວາມພ້ອມຮັບມື ແລະຟື້ນຟູຫຼັງໄພພິບັດທາງທໍາມະຊາດ.
– ເປົ້າໝາຍທີ 5 ການເຊື່ອມໂຍງ, ເຊື່ອມຈອດບັນດາເມືອງ, ແຂວງ, ພາກພື້ນ ແລະສາກົນຢ່າງກວ້າງຂວາງ, ມີປະສິດທິຜົນ ໄດ້ສຸມໃສ່ ການສ້າງໂຄງລ່າງພື້ນຖານທີ່ມີຄວາມເຂັ້ມແຂງ, ເຊື່ອມໂຍງ ແລະເຊື່ອມຈອດບັນດາເມືອງ, ແຂວງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຜະລິດ, ການບໍລິການ ແລະການຄ້າການລົງທຶນ, ການພົວພັນຮ່ວມມືກັບຕ່າງປະເທດ ແລະອົງການຈັດຕັ້ງສາກົນ.
– ເປົ້າໝາຍທີ 6 ການຄຸ້ມຄອງ ແລະບໍລິຫານລັດ ມີປະສິດທິພາບ ແລະສັງຄົມ ມີຄວາມສະເໝີພາບ ແລະຍຸຕິທຳ ໄດ້ສຸມໃສ່ຍົກສູງປະສິດທິພາບການປົກຄອງຄຸ້ມຄອງບໍລຫານລັດໃຫ້ມີຄວາມກະທັດລັດ, ວ່ອງໄວ ແລະເຂັ້ມງວດຕາມກົດໝາຍ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍ ຢູ່ໃນສັງຄົມ.
Cr: ອາພຸດເດດ ບຸບຜາ